ຫວ​ຽດ​ນາມ - ອົດ​ສະ​ຕາ​ລີ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນເປັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ

(VOVWORLD) -     ຕອນເຊົ້າວັນທີ 4 ເມສາ, ພິທີຕ້ອນຮັບຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley ແລະ ພັນລະນາ, ມາຢ້ຽມຢາມ ທາງລັດຖະກິດຢູ່ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ  ຫວໍວັນເຖືອງ, ໄດ້ດຳເນີນຢູ່ທໍານຽບປະທານປະເທດ. ທ່ານປະທານປະເທດ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາໄດ້ເປັນປະທານພິທີຕ້ອນຮັບ.
ຫວ​ຽດ​ນາມ - ອົດ​ສະ​ຕາ​ລີ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນເປັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາ ຕ້ອນຮັບ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley ແລະ ພັນລະຍາ (ພາບ: VOV)

  ທີ່ການພົບປະເຈລະຈາພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley ໄດ້ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບການກຳນົດທິດຢ່າງໃຫຍ່ຫຼວງ ເພື່ອເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ ໃນບັນດາຂົງເຂດ; ເຫັນດີຍົກການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະເວລາທີ່ເໝາະສົມ. ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີວ່າ ບົນເນື້ອໃນຈິດໃຈຂອງເອກະສານຍຸດທະສາດເພີ່ມທະວີການຮ່ວມມືດ້ານເສດຖະກິດ ຫວຽດນາມ - ອົດສະຕາລີ (EEES), ສອງຝ່າຍຕ້ອງເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນສອງຝ່າຍ; ສ້າງງເງື່ອນໄຂສະດວກໃຫ້ບັນດາສິນຄ້າສົ່ງອອກທີ່ເປັນທ່າແຮງຂອງກັນ; ມີນະໂຍບາຍສົ່ງເສີມ, ເອື້ອອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດສອງປະເທດເພີ່ມທະວີການລົງທຶນຢູ່ປະເທດຂອງກັນ; ຕາມນັ້ນແລ້ວ, ສົ່ງເສີມວິສາຫະກິດ ອົດສະຕາລີ ລົງທຶນ ຢູ່ ຫວຽດນາມ.

ຫວ​ຽດ​ນາມ - ອົດ​ສະ​ຕາ​ລີ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນເປັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ - ảnh 2ການພົບປະເຈລະຈາລະຫວ່າງສອງຝ່າຍ

        ສ່ວນທ່ານ David Hurley ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ຢັ້ງຢືນວ່າ ຈະສືບຕໍ່ເອົາໃຈໃສ່, ສ້າງງເງື່ອນໄຂໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ອົດສະຕາລີ ດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກ ຢ່າງຖືກຕ້ອງຕາມກົດໝາຍຂອງປະເທດປະຈຳຖິ່ນ; ພ້ອມທັງສະເໜີໃຫ້ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ ອົດສະຕາລີ ມາທ່ອງທ່ຽວ, ຮ່ຳຮຽນ, ລົງທຶນ ແລະ ດຳເນີນທຸລະກິດຢູ່ ພວຽດນາມ.

ຫວ​ຽດ​ນາມ - ອົດ​ສະ​ຕາ​ລີ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນເປັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ - ảnh 3ທ່ານປະທານປະເທດ ຫວໍວັນເຖືອງ  ແລະ  ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley

        ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການປຶກສາຫາລື ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ; ຢັ້ງຢືນຄືນຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ; ພ້ອມກັບບັນດາປະເທດຮ່ວມມືສ້າງພາກພື້ນໃຫ້ມີສະຖຽນລະພາບ, ວັດທະນາຖາວອນ, ເຄົາລົບອະທິປະໄຕແຫ່ງຊາດ ແລະ ຮັບປະກັນການເຄົາລົບກົດໝາຍ.

        ກ່ອນໜ້ານັ້ນ, ກໍໃນຕອນເຊົ້າຂອງວັນດຽວກັນ, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley ແລະ ຄະນະຜູ້ແທນຂັ້ນສູງ ອົດສະຕາລີ ໄດ້ໄປວາງພວງມາລາ ແລະ ເຂົ້າຄຳນັບສຸສານອາໄລຫາປະທານ ໂຮ່ຈີມິນ; ວາງພວງມາລາຢູ່ອະນຸສາວະລີນັກຮົບວິລາຊົນເສຍສະຫຼະຊີວິດເພື່ອຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ