ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ​ພ້ອມ​ກັນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ໜູນ​ຊ່ວຍ​​ເຂດບັນ​ດາ​ໜອງ​ໃຫຍ່

(VOVWORLD) -  ໃນວັນທີ 13 ຕຸລາ ສະພາຄວາມໝັ້ນຄົງ ປສຊ ໄດ້ຈັດຕັ້ງກອງປະຊຸມອອນລາຍກ່ຽວກັບສະພາບການເຂດບັນດາໜອງໃຫຍ່ຢູ່ ອາຟຼິກກາ
ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ​ພ້ອມ​ກັນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ໜູນ​ຊ່ວຍ​​ເຂດບັນ​ດາ​ໜອງ​ໃຫຍ່ - ảnh 1ກອງປະຊຸມອອນລາຍກ່ຽວກັບສະພາບການເຂດບັນດາໜອງໃຫຍ່ຢູ່ ອາຟຼິກກາ 

ທີ່ກອງປະຊຸມ, ທ່ານ Dian Triansyah Diani – ຫົວໜ້າຄະນະຜູ້ຕາງໜ້າ ອິນໂດເນເຊຍປະຈຳສປຊ ໄດ້ ກ່າວບົດ ຄຳເຫັນລວມຂອງ ຫວຽດນາມ ແລະ ອິນໂດເນເຊຍ, ໃນນັ້ນໄດ້ແບ່ງປັນທັດສະນະຂອງບັນດາປະເທດກຳມະການສະພາຄວາມໝັ້ນຄົງ ສປຊ ໃນການຮັບຮູ້ບັນດາຄວາມມານະພະຍາຍາມຮ່ວມມືຂອງ ສາທາລະຍະລັດປະຊາທິປະໄຕ ກົງໂກ ແລະ ບັນດາປະເທດໃນພາກພື້ນ, ເນັ້ນໜັກເຖິງຄວາມສຳຄັນຂອງການຜັນຂະຫຍາຍຂໍ້ຕົກລົງສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍທີ່ຍັງຄົງຄ້າງ. ບົດຄຳເຫັນກໍ່ຖືວ່າ ຈຳເປັນຕ້ອງແກ້ໄຂສາຍເຫດຕົ້ນຕໍຂອງການຂາດສະຖຽນລະພາບຢູ່ພາກພື້ນ ຜ່ານການເພີ່ມທະວີການໄກ່ເກ່ຍ, ສົມທົບກັນແກ້ໄຂການເຄື່ອນໄຫວທີ່ຜິດກົດໝາຍຂອງ ບັນດາກຸ່ມປະກອບອາວຸດ, ແກ້ໄຂບັນຫາຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ເພີ່ມທະວີການຮ່ວມມືພັດທະນາ.

ປັດຈຸບັນ, ສອງປະເທດ ອາຊຽນ ແມ່ນອິນໂດເນເຊຍ ແລະ ຫວຽດນາມ ພ້ອມກັນແມ່ນສະມາຊິດບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ປີ 2020. ສອງປະເທໄດ້ມີບົດກ່າວຄຳເຫັນລວມຈຳນວນໜຶ່ງເພື່ອແນໃສ່ເພີ່ມທະວີສຽງເວົ້າ ແລະ ພາບພົດຂອງອາຊຽນ ນັບແຕ່ເດືອນພຶດສະພາ ປີນີ້. ໃນເດືອນນີ້, ສອງປະເທດໄດ້ມີບົດກ່າວຄຳເຫັນລວມກ່ຽວກັບສະພາບການຢູ່ມາລີໃນວັນທີ 8 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ