ຫວຽດນາມ - ອາເຊັກໄບຢານ ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ

(VOVWORLD) - ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກສືບຕໍ່ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ອາເຊັກໄບຢານ

ຕອນເຊົ້າວັນທີ 19 ກໍລະກົດ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດ ອາເຊັກໄບຢານ Elnur Mammadov, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກສືບຕໍ່ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ອາເຊັກໄບຢານ; ທ່ານເນັ້ນໜັກວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນໃນການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນກ່ຽວກັບດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ສະເໜີໃຫ້ 2 ກະຊວງການຕ່າງປະເທດ ສົມທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການສາກົນ ແລະ ພາກພື້ນ.

ທ່ານຮອງລັດຖະມົນຕີ Elnur Mammadov ເນັ້ນໜັກວ່າ ອາເຊັກໄບຢານ ປາດຖະໜາຢາກຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນຂົງເຂດເສດຖະກິດ - ການຄ້າ, ການລົງທຶນ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ - ການທ່ອງທ່ຽວ, ຄົມມະນາຄົມຂົນສົ່ງ…

ແລະກໍ່ໃນວັນດຽວກັນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເຊັກໄບຢານ Elnur Mammadov ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 2 ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ອາເຊັກໄບຢານ.

ຕອບກັບ

ຂ່າວ/ບົດ​ອື່ນ