ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືໃນການເຄື່ອນໄຫວມະນຸດສະທຳ

ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືໃນການເຄື່ອນໄຫວມະນຸດສະທຳ - ảnh 1
ການ​ເຮັດ​ວຽກ​ຂອງ​ສະພາກາ​ແດງ​ຫວຽດນາມ ​ແລະ ສະພາກາ​ແດງ​ອາ​ເມ​ລິ​ກາ
(ພາບ: TTXVN)

(vovworld) - ຫວຽດນາມ - ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ເຄື່ອນ​ໄຫວ​ມະນຸດສະທຳ. ນີ້​ແມ່ນ​ເນື້ອ​ໃນ​ຕົ້ນຕໍ​ໃນ​ລາຍການ​ເຮັດ​ວຽກ​ຂອງ​ສະພາກາ​ແດງ​ຫວຽດນາມ ​ແລະ ສະພາກາ​ແດງ​ອາ​ເມ​ລິ​ກາ, ​ເຊິ່ງດຳ​ເນີນ​ຢູ່​ຮ່າ​ໂນ້ຍ ​ໃນ​ວັນ​ທີ 20/2.

        ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ສູນ​ກາງ​ສະພາກາ​ແດງ​ຫວຽດນາມ ຫງວຽນ​ຫາຍ​ເດື່ອງ ຢືນຢັນ​ວ່າ, ຫວຽດນາມ​ຫວັງ​ວ່າ​ບັນດາ​ອົງການ​ມະນຸດສະທຳ​ສາກົນ, ພິ​ເສດ​ແມ່ນ​ສະພາກາ​ແດງ​ອາ​ເມ​ລິ​ກາ ສືບ​ຕໍ່​ຊ່ວຍ​ເຫຼືອ, ​ແບ່ງ​ເບົາ​ຄວາມ​ຫຍຸ້ງຍາກ​ກັບ​ຊາວ​ຫວຽດນາມ. ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ກວ່າ​ອີກ. ທ່ານ​ປະທານ​ສະພາກາ​ແດງ​ຫວຽດນາມ​ຫວັງ​ວ່າ, ສະພາກາ​ແດງ​ອາ​ເມ​ລິ​ກາ ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ​ໃນ​ບັນດາ​ຂົງ​ເຂດ: ປ້ອງ​ກັນ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຫຼຸດຜ່ອນ​ຄວາ​ງສ່ຽງ, ຍົກ​ສູງ​ຄວາມ​ສາມາດ, ພັດທະນາ​ອົງການ​, ໜູນ​ຊ່ວຍ​ຄົນ​ພິການ, ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ສົງຄາມ, ຄວບ​ຄູ​ມ HIV/AIDS.

ຂ່າວ/ບົດ​ອື່ນ