ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືໃນຂົງເຂດສິນເຊື່ອທະນາຄານ

ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືໃນຂົງເຂດສິນເຊື່ອທະນາຄານ - ảnh 1
ທ່ານ​ Fred Hochberg ປະທານ​ທະນາຄານ​ຂາ​​ເຂົ້າ - ຂາ​ອອກ ອາ​ເມ​ລິ​ກາ
( http://dddn.com.vn )

( vovworld.vn )   ​ແຕ່​ວັນ​ທີ 5 - 8 ກຸມພາ, ຄະນະຜູ້​ແທນ​ພັດທະນາ​ການດຳ​ເນີນ​ທຸ​ລະ​ກິດ​ຂອງ ອາ​ເມ​ລິ​ກາ​ໂດຍ​ທ່ານ​ Fred Hochberg ປະທານ​ທະນາຄານ​ຂາ​​ເຂົ້າ - ຂາ​ອອກ ​ອາ​ເມ​ລິ​ກາ ນຳ​ໜ້າ, ​ເດີນທາງ​ມາ​ຢ້ຽມຢາມ ຫວຽດນາມ ​ເພື່ອ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ກາລະ​ໂອກາດ​ຮ່ວມ​ມື​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຫວຽດນາມ. ​ເປົ້າ​ໝາຍ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ເລື່ອງ​ສະໜອງ​ບ້ວງ​​ເງິນສິນ​ເຊື່ອ​ທີ່​ມີ​ມູນ​ຄ່າ 1 ຕື້ 5 ຮ້ອຍ​ລ້ານ USD ​ໃຫ້​ແກ່​ບັນດາ​ໂຄງການ​ຈຸດ​ສຸມ​ຂອງ ຫວຽດນາມ. ທີ່​ການປະຊຸມ​ຂ່າວ​ຢູ່​ນະຄອນ ​ໂຮ່ຈິ​ມິ​ງ ​ໃນ​ວັນ​ທີ 6 ກຸມ​ພາ, ທ່ານ Fred Hochberg ​ໃຫ້​ຮູ້​ວ່າ, ຫວຽດນາມ ​ເປັນ​ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ. 2 ປະ​ເທດຄວນ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ໃນ​ໂຄງການ​ຕ່າງໆ​ທີ່​ຕາງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ຄາດ​ວ່າ, ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ Fred Hochberg ຈະ​ມີ​ການ​ພົບ​ປະ​ກັບ​ການ​ນຳ​ລັດຖະບານ ​ແລະ ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ຂອງ ຫວຽດນາມ ​ແລະ ຄູ່​ຮ່ວມ​ມື​ສາກົນ​ອື່ນໆ​ອີກ.

ຂ່າວ/ບົດ​ອື່ນ