ຫວຽດ​ນາມ ຮັກ​ສາ​ອັນ​ດັບ​ໜຶ່ງ​ໃນ​ໂລກ ກ່ຽວ​ກັບ​ການ​ປຸງ​ແຕ່ງ ແລະ ການ​ສົ່ງ​ອອກ​ໝາກ​ມ່ວງ​ຫິ​ມະ​ພານ

(VOVWORLD) -ປີ 2020, ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ແຕ່ໄລ່ຮອດທ້າຍເດືອນ ຕຸລາ 2020, ການສົ່ງອອກໝາກມ່ວງຫິມະພານ ຍັງຄົງບັນລຸໄດ້ກວ່າ 422.000 ໂຕນ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ວົງເງິນການຄ້າສົ່ງອອກບັນລຸກວ່າ 2,6 ຕື້ USD.
ຫວຽດ​ນາມ ຮັກ​ສາ​ອັນ​ດັບ​ໜຶ່ງ​ໃນ​ໂລກ ກ່ຽວ​ກັບ​ການ​ປຸງ​ແຕ່ງ ແລະ ການ​ສົ່ງ​ອອກ​ໝາກ​ມ່ວງ​ຫິ​ມະ​ພານ - ảnh 1ການປຸງແຕ່ງໝາກມ່ວງຫິມະພານ (ພາບ: TTXVN) 

ພາຍຫຼັງໄດ້ຮັບການສ້າງຕັ້ງ ແລະ ພັດທະນາເປັນເວລາ 30 ປີ, ຂະແໜງການປຸງແຕ່ງ ແລະ ສົ່ງອອກໝາກມ່ວງຫິມະພານ ຫວຽດນາມ ໄດ້ກ້າວຂຶ້ນອັນດັບໜຶ່ງໃນໂລກ ເປັນເທື່ອລະກ້າວ. ທີ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະສະມາຄົມ ໝາກມ່ວງຫິມະພານ ຫວຽດນາມ ຄົບຮອບ 30 ປີ (Vinacas) ທີ່ຈັດຂຶ້ນຢູ່ນະຄອນໂຮ່ຈີມິນ, ຕອນຄ່ຳວັນທີ 23 ພະຈິກ, Vinacas ໃຫ້ຮູ້ວ່າ: ປີ 2020, ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ແຕ່ໄລ່ຮອດທ້າຍເດືອນ ຕຸລາ 2020, ການສົ່ງອອກໝາກມ່ວງຫິມະພານ ຍັງຄົງບັນລຸໄດ້ກວ່າ 422.000 ໂຕນ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ວົງເງິນການຄ້າສົ່ງອອກບັນລຸກວ່າ 2,6 ຕື້ USD. ຄາດວ່າ ທັງປີ 2020, ການສົ່ງອອກໝາກມ່ວງຫິມະພານຈະບັນລຸປະລິມານ 450.000 ໂຕນ, ເຊິ່ງມີມູນຄ່າເກືອບ 3,3 ຕື້ USD. ທ່ານ ຟ້າມວັນກົງ, ປະທານ Vinacas ໃຫ້ຮູ້ວ່າ  ທ່າແຮງໃຫຍ່ທີ່ສຸດຂອງຂະແໜງໝາກມ່ວງຫິມະພານ ຫວຽດນາມ ແມ່ນເຕັກໂນໂລຢີປຸງແຕ່ງທີ່ກ້າວໜ້າທີ່ສຸດໃນໂລກ ໂດຍ ຊາວຫວຽດນາມຜະລິດອອກ.  Vinacas ພວມສົ່ງເສີມການສ້າງ ແລະ ສະເໜີຕໍ່ລັດຖະບານ ປະກາດໃຊ້ “ຍຸດທະສາດພັດທະນາຂະແໜງໝາກມ່ວງຫິມະພານ ຫວຽດນາມ ໃນສະພາບການໃໝ່”. ຕາມນັ້ນແລ້ວ, ສະເໜີບັນດາກົນໄກນະໂຍບາຍຂອງລັດ ເພື່ອແນໃສ່ພັດທະນາການປຸງແຕ່ງຕາມລວງເລິກຢ່າງແຮງ, ຕອບສະໜອງຄວາມຕ້ອງການທີ່ຫຼາຍຮູບຫຼາຍແບບຂອງຕະຫຼາດໂລກ ແລະ ຍາດໄດ້ຊິງເອົາທີ່ຕັ້ງທີ່ເໝາະສົມ ໃນລະບົບມູນຄ່າໝາກມ່ວງຫິມະພານທົ່ວໂລກ. ໄປຄຽງຄູ່ກັນນັ້ນ, ກໍ່ພັດທະນາເຂດສະໜອງວັດຖຸດິບຕາມທິດມີຄຸນນະພາບ, ມີປະສິດທິຜົນຢ່າງແຮງ; ທັງສ້າງທ່ວງທ່າເປັນເຈົ້າການກ່ຽວກັບແຫຼ່ງວັດຖຸດິບທີ່ມີຄຸນນະພາບໃຫ້ແກ່ການປຸງແຕ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ