ຫວຽດນາມ ຮ່ວມມືກັບ ILO, ບັນດາປະເທດ ແລະ ຝ່າຍທີ່ກ່ຽວຂ້ອງໃນວິວັດການຊຸກຍູ້ສິດຂອງຜູ້ອອກແຮງງານ

(VOVWORLD) -ທ່ານນາງ ຫງວຽນເຟືອງຈ່າ, ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ຮ່ວມມືກັບ ILO, ບັນດາປະເທດ ແລະ ຝ່າຍທີ່ກ່ຽວຂ້ອງໃນການຊຸກຍູ້ສິດຂອງຜູ້ອອກແຮງງານ.
ຫວຽດນາມ ຮ່ວມມືກັບ ILO, ບັນດາປະເທດ ແລະ ຝ່າຍທີ່ກ່ຽວຂ້ອງໃນວິວັດການຊຸກຍູ້ສິດຂອງຜູ້ອອກແຮງງານ - ảnh 1ທີ່ເຫດການ
(ພາບ: baoquocte.vn)

        ວັນທີ 20 ຕຸລາ, ອົງການແຮງງານສາກົນ (ILO) ໄດ້ສົມທົບກັບກຸ່ມເພື່ອນມິດກ່ຽວກັບວຽກເຮັດງານທຳທີ່ເໝາະສົມ ຈັດເຫດການກ່ຽວກັບການຮັບປະກັນສິດທິມະນຸດ ແລະ ສິດຂອງຜູ້ອອກແຮງງານໃນການພັດທະນາສັງຄົມ. ຫວຽດນາມ ໄດ້ຮັບ ເຊີນໃຫ້ກ່າວຄຳຫັນຕົ້ນຕໍ ແລະ ເຂົ້າຮ່ວມການປຶກສາຫາລື.

        ກ່າວຄຳເຫັນທີ່ເຫດການ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງຈ່າ, ອຸປະທູດຊົ່ວຄາວຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ຖືວ່າ ວິວັດທະນາການຢ່າງປະສົມກົມກຽວຈະຊ່ວຍປັບປຸງເງື່ອນໄຂການອອກແຮງງານ, ປົກປ້ອງສິດຂອງຜູ້ອອກແຮງງານ ແລະ ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດຢ່າງມີປະສິດທິຜົນລະຫວ່າງບັນດາປະເທດ. ເນື່ອງໃນໂອກາດນີ້, ທ່ານນາງເອກອັກຄະລັດຖະທູດກໍ່ແບ່ງປັນກ່ຽວກັບຄວາມຄືບໜ້າທີ່ໄດ້ຂອງ ຫວຽດນາມ, ໃນນັ້ນມີເລື່ອງເຂົ້າຮ່ວມບັນດາສົນທິສັນຍາຂອງ ILO ຕື່ມອີກ ແລະ ຮັບຮອງເອົາກົດໝາຍວ່າດ້ວຍການອອກແຮງງານ ສະບັບປັບປຸງ ປີ 2019 ດ້ວຍຫຼາຍເນື້ອໃນໃໝ່ສອດຄ່ອງກັບບັນດາມາດຕະຖານອອກແຮງງານສາກົນ.

        ທ່ານນາງ ຫງວຽນເຟືອງຈ່າ, ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ຮ່ວມມືກັບ ILO, ບັນດາປະເທດ ແລະ ຝ່າຍທີ່ກ່ຽວຂ້ອງໃນການຊຸກຍູ້ສິດຂອງຜູ້ອອກແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ