ຫວຽດນາມ ຮ່ວມມືປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດກັບທະນາຄານໂລກ

(VOVWORLD) -ທີ່ກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືໃນຂົງເຂດປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດ.
ຫວຽດນາມ ຮ່ວມມືປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດກັບທະນາຄານໂລກ - ảnh 1(ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ເຈລະຈາກັບການນຳ WB)

ໃນຂອບເຂດການໄປປະຕິບັດງານຂອງນາຍົກລັດຖະມົນຕີ ຫວຽດນາມ ຢູ່ ອາເມລິກາ, ວັນທີ 13 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໄປຢ້ຽມຢາມສຳນັກງານຂອງທະນາຄານໂລກ (WB) ຢູ່ນະຄອນຫຼວງ ວໍຊິງຕັນ. ທີ່ກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືໃນຂົງເຂດປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດ. ຜູ້ຕາງໜ້າການນຳ WB ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ, ແບ່ງປັນສິ່ງທ້າທາຍກ່ຽວກັບທຳມະຊາດ ແລະ ສິ່ງແວດລ້ອມເຊິ່ງ ຫວຽດນາມ ພວມປະເຊີນໜ້າ. ການນຳ WB ກໍ່ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມເດີນທາງ, ສົມທົບກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ປະຕິບັດບົດບາດປະສານງານ, ເປັນເສນາທິການໃຫ້ລັດຖະບານ ຫວຽດນາມ ເປັນຢ່າງດີ ເພື່ອປະຕິບັດບັນດາຄຳໝັ້ນສັນຍາ ແລະ ແຜນການກະທຳທີ່ກ່ຽວຂ້ອງຂອງ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ