ຫວຽດນາມ ຮຽກຮ້ອງຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ບັນຫາ Abyei

(VOVWORLD) -ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ໄດ້ຊົມເຊີຍວິວັດທະນາການທີ່ຕັ້ງໜ້າຢູ່ ຊູດັງໃຕ້ ແລະ ຊູດັງ ແລະ ບັນດາບາດກ້າວພັດທະນາໃນການພົວພັນລະຫວ່າງ 2 ປະເທດນັບແຕ່ຕົ້ນປີ 2021 ມາຮອດປະຈຸບັນ
ຫວຽດນາມ ຮຽກຮ້ອງຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ບັນຫາ Abyei - ảnh 1(ກອງປະຊຸມເປີດທາງອອນລາຍກ່ຽວກັບສະພາບການ Abyei)

ພາຍໃຕ້ການເປັນເຈົ້າພາບຂອງຫວຽດນາມ, ວັນທີ 26 ເມສາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ດຳເນີນກອງປະຊຸມເປີດທາງອອນລາຍກ່ຽວກັບສະພາບການ Abyei, ເຊິ່ງແມ່ນເຂດເກີດການຂັດແຍ້ງກັນລະຫວ່າງ ຊູດັງ ແລະ ຊູດັງໃຕ້ ແລະ ການເຄື່ອນໄຫວຂອງຄະນະປະຕິບັດງານຄວາມໝັ້ນຄົງຊົ່ວຄາວຂອງສະຫະປະຊາຊາດຢູ່ເຂດນີ້ (UNISFA).

        ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຊົມເຊີຍວິວັດທະນາການທີ່ຕັ້ງໜ້າຢູ່ ຊູດັງໃຕ້ ແລະ ຊູດັງ ແລະ ບັນດາບາດກ້າວພັດທະນາໃນການພົວພັນລະຫວ່າງ 2 ປະເທດນັບແຕ່ຕົ້ນປີ 2021 ມາຮອດປະຈຸບັນຈຳນວນໜຶ່ງ ແລະ ຮຽກຮ້ອງໃຫ້ລັດຖະບານ ຊູດັງ ແລະ ຊູດັງໃຕ້ ນຳໃຊ້ທ່າຕັ້ງໜ້າໃນການພົວພັນລະຫວ່າງ 2 ປະເທດ ເພື່ອແນໃສ່ແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງ Abyei ໂດຍໄວ ຜ່ານບັນດາມາດຕະການໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ.

        ທ່ານເອກອັກຄະລັດຖະທູດໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບຄວາມໝັ້ນຄົງ, ມະນຸດສະທຳຢູ່ Abyei ແລະ ບັນດາເຫດບຸກໂຈມຕີແນໃສ່ UNISFA, ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັບປະກັນຄວາມປອດໄພໃຫ້ແກ່ກຳລັງຂອງ UNISFA ແລະ ຮຽກຮ້ອງໃຫ້ລັດຖະບານ ຊູດັງ ແລະ ຊູດັງໃຕ້ ສ້າງເງື່ອນໄຂເພື່ອໃຫ້ຄະນະປະຕິບັດງານສາມາດປະຕິບັດໜ້າທີ່ຢ່າງຄົບຖ້ວນ ກໍຄືສ້າງຕັ້ງບັນດາລະບຽບການລວມໃຫ້ເໝາະສົມກັບມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ