ຫວຽດ​ນາມ ​ຮຽ​ກ​ຮ້ອງຟື້ນ​ຟ​ູ​ບົດ​ບາດ​ຂອງ​ອຳ​ນາດການ​ປົ​ກ​ຄອງ ປາ​ແລັດ​ສະຕິນ ຢ​ູ່ ເຂດ Gaza

(VOVWORLD) - ຫວຽດນາມ ສືບຕໍ່ຢັ້ງຢືນການສະໜັບສະໜູນຢ່າງແຮງໃຫ້ແກ່ການຕໍ່ສູ້ເປັນທຳຂອງປະຊາຊົນ ປາແລັດສະຕິນ.
ຫວຽດ​ນາມ ​ຮຽ​ກ​ຮ້ອງຟື້ນ​ຟ​ູ​ບົດ​ບາດ​ຂອງ​ອຳ​ນາດການ​ປົ​ກ​ຄອງ ປາ​ແລັດ​ສະຕິນ ຢ​ູ່ ເຂດ Gaza - ảnh 1ສົ່ງຜູ້ປະທ້ວງ ປາແລັດສະຕິນທີ່ຖືກຮັບບາດເຈັບໃນການປະທະກັບກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອັນ ເມື່ອວັນທີ 26 ເມສາ (ພາບ: THX/TTXVN)

ວັນທີ 29 ເມສາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດຕັ້ງວາລະປຶກສາຫາລື ເປີດປະຈຳງວດດ້ວຍຫົວຂໍ້ວ່າ “ສະພາບການຢູ່ຕາເວັນອອກກາງ, ໃນນັ້ນມີບັນຫາປາແລັດສະຕີນ” ພາຍໃຕ້ການເປັນປະທານຂອງປະເທດເຢຍລະມັນ, ຊຶ່ງເປັນປະເທດທີ່ພວມດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ເດືອນເມສາ 2019.

ເຂົ້າຮ່ວມກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ອຸປະທູດຊົ່ວຄາວຄະນະຜູ້ແທນ ຫວຽດນາມ ປະຈຳ ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ແລະ ກ່າວປະນາມທຸກໆການກະທຳທີ່ໃຊ້ຄວາມຮຸນແຮງເພື່ອແນໃສ່ສາມັນຊົນ, ແບ່ງປັນຄວາມວິຕົກກັງວົນຕໍ່ການນຳໃຊ້ກຳລັງທະຫານເກີນລະດັບ, ການເປີດກ້ວາງເຂດຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອັນ ແລະ ການຍິງລູກສອນໄຟຈາກເຂດ Gaza ໃສ່ ເຂດພົນລະເຮືອນ

ຫວຽດນາມ ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຕ້ອງລະງັບໃຈ, ຫຼີກລ້ຽງທຸກການກະທຳທີ່ສ້າງຄວາມເຄັ່ງຕຶງຂຶ້ນຂັນໄດ, ສະເໜີໃຫ້ລັດຖະບານອິດສະຣາແອນ ແລະ ອຳນາດການປົກຄອງປາແລັດສະຕິນຕ້ອງມີການກະທຳຢ່າງຮີບດ່ວນເພື່ອບໍ່ໃຫ້ສະພາບການມະນຸດສະທຳຢູ່ເຂດ Gaza ຮ້າຍແຮງຕື່ມອີກ.

ຫວຽດນາມ ສືບຕໍ່ຢັ້ງຢືນການສະໜັບສະໜູນຢ່າງແຮງໃຫ້ແກ່ການຕໍ່ສູ້ເປັນທຳຂອງປະຊາຊົນ ປາແລັດສະຕິນ, ຢັ້ງຢືນວ່າ “ສອງປະເທດ” ແມ່ນມາດຕະການແກ້ໄຂໜຶ່ງດຽວໃຫ້ແກ່ການປະທະນີ້.

ຕອບກັບ

ຂ່າວ/ບົດ​ອື່ນ