ຫວຽດນາມ ເຂົ້າ ຮ່ວມກອງປະຊຸມ ສຸດຍອດພາສາ ຝະລັ່ງ ຄັ້ງທີ 14

ຫວຽດນາມ ເຂົ້າ ຮ່ວມກອງປະຊຸມ ສຸດຍອດພາສາ ຝະລັ່ງ ຄັ້ງທີ 14 - ảnh 1

ກອງ​ປະຊຸມ​ຂັ້ນສູງບັນດາ​ປະ​ເທດ​ໃຊ້​ພາສາ​ຝະລັ່ງ

​ຄັ້ງທີ 7 ປີ 1997 ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ

(ພາບ:baodatviet.vn)

(VOV)- ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ 14 ຂອງ​ອົງການ​ໃຊ້​ພາສາ​ຝະລັ່ງ ​ສາກົນ (OIF) ຖືກ​ໄຂຂຶ້ນ​ໃນວັນ​ທີ 13/10,  ຢູ່​ນະຄອນ Kinshasa ປະ​ເທດ ສາທາລະນະ​ລັດ Congo. ​​ ຊຸກ​ຍຸ້ການ​ຮ່ວມ​ມື​ດ້ານ​ພາສາ​ຝະລັ່ງ ​ໃຫ້​ແທດ​ຈິງ​ກ່ວາ, ປຶກສາ​ຫາລື​​ກ່ວາ​ເຖິງ​ການ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດຢ່າງ​ລະອຽດ ​ແມ່ນ​ຈຸດ​ສຸມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ປີ​ນີ້ ​ເພື່ອ​ເກັ້ຍກ່ອມ​​ບັນດາ​ປະ​ເທດ​ສະມາຊິກ​ທີ່ວ່າ: ອົງການ​ໃຊ້​ພາ​ສະ​ຝະລັ່ງ​ ແມ່ນ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ແກ່​ເຂົາ​ເຈົ້າ. ນັບ​ແຕ່​ປີ 1970 ມາ​ຮອດ​ປະຈຸ​ບັນ​, ຫວຽດນາມ ​ໄດ້​ເຂົ້າຮ່ວມທຸກໆ​ການ​ເຄື່ອນ​ໄຫວຂອງ​ປະຊາ​ຄົມ​ໃຊ້​ພາສາ​ຝະລັ່ງ, ​ໂດຍ​ສະ​ເພາະ​ແມ່ນ​ກອງ​ປະຊຸມ​ຂັ້ນສູງ 14 ຄັ້ງ. ພິເສດຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳຄັນ​ທີ່​ສຸດ, ນັ້ນ​ແມ່ນ​ກອງ​ປະຊຸມ​ຂັ້ນສູງ​ຄັ້ງທີ 7 ປີ 1997 ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ຊຶ່ງ​ເປັນ​ຂີດ​ໝາຍ​ກ່ຽວ​ກັບ​ການ​ສ້າງ​ຂໍ້​ກຳນົດ​ກົດ​ລະບຽບຂອງ​ອົງການ​ໃຊ້​ພາສາ​ຝະລັ່ງ. ທ່ານ Duong Van Quang ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຢູ່​ຄຽງ​ຄ້າງ​ອົງການ​ໃຊ້​ພາສາ​ຝະລັ່ງ ສາກົນໃຫ້​ຮູ້​ວ່າ:  

   “ສຳລັບ​ບາງ​ປະ​ເທດ​​ທີ່​ໃຊ້ພາສາ​ຝະລັ່ງເປັນ​ພາສາ​ແມ່ຫລື​ປະ​ເທດ​ອາ​ຟຼິກກາ​ຈຳນວນ​ໜຶ່ງ​ແລ້ວ, ການ​ເຂົ້າຮ່ວມ​ອົງການ​ໃຊ້​ພາສາ​ຝະລັ່ງ​ ແມ່ນ​ເລື່ອງ​ປົກກະຕິ. ​ໃນ​ຂະນະ​ນັ້ນ, ຢູ່​ຫວຽດນາມ, ພາສາ​ຝະລັ່ງ​ພຽງ​ແຕ່​ແມ່ນ​ພາສາ​ຕ່າງປະ​ເທດ​ເທົ່າ​ນັ້ນ, ​ແຕ່​ຍາມ​ໃດຫວຽດນາມ ກໍ່​ຖືການ​ສິດສອນ​ພາສາ​ຝະລັ່ງ ​ເປັນ​ສຳຄັນ. ດ້ານ​ອື່ນ, ​ໂດຍ​ແມ່ນ​ສະມາຊິກ​ຂອງ​ອົງການ​ໃຊ້​ພາສາ​ຝະລັ່ງ​ ສາກົນ, ຫວຽດນາມ ​ໄດ້​ປະຕິບັດ​ທຸກ​ພັນທະ​ຕໍ່​ອົງການ​ນີ້. ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້​ແມ່ນ​​ເວທີ​ປາ​ໄສ​ໂອ້​ລົມ​ສົນທະນາ​ທີ່​ດີ​ທີ່​ສຸດ​ເພື່ອ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ​ກັບ​ບັນດາ​ປະ​ເທດ​ເອີ​ລົບ, ອາ​ເມ​ລິ​ກາ ເໜືອ ​ແລະ ບັນດາ​ປະ​ເທດອາ​ຟຼິກກາ​ ​ກໍ່​ຄືພັດທະນາ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​,​ວັດທະນະທຳ, ການ​ສຶກສາກັບປະ​ເທດ​ສະມາຊິກ​ອື່ນໆ​ອີກ“

 

ຂ່າວ/ບົດ​ອື່ນ