ຫວຽດນາມ ເຂົ້າຮ່ວມ CAEXPO 2020

(VOVWORLD) -ເຫດການໂດຍມີການເຂົ້າຮ່ວມຂອງວິສາຫະກິດຈີນ ຫຼາຍແຫ່ງ, ພ້ອມກັບບັນດາສາຂາ ແລະ ຮ້ານຈຳໜ່າຍທີ່ໄດ້ຮັບການມອບສິດຈາກວິສາຫະກິດຂອງບັນດາປະເທດອາຊຽນ, ໃນນັ້ນມີຫວຽດນາມ.

ວັນທີ 27 ພະຈິກ, ຢູ່ສູນວາງສະແດງ ແລະ ກອງປະຊຸມສາກົນນະຄອນໜານໜິງ, ແຂວງ ກວາງຊີ, ທາງພາກໃຕ້ປະເທດຈີນ ໄດ້ຈັດພິທີເປີດງານຕະຫຼາດນັດອາຊຽນ - ຈີນ ຄັ້ງທີ 17 (CAEXPO 2020). ເຫດການໂດຍມີການເຂົ້າຮ່ວມຂອງວິສາຫະກິດຈີນ ຫຼາຍແຫ່ງ, ພ້ອມກັບບັນດາສາຂາ ແລະ ຮ້ານຈຳໜ່າຍທີ່ໄດ້ຮັບການມອບສິດຈາກວິສາຫະກິດຂອງບັນດາປະເທດອາຊຽນ, ໃນນັ້ນມີຫວຽດນາມ. ການນຳບັນດາປະເທດອາຊຽນ, ໃນນັ້ນມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ໄດ້ມີບົດກ່າວປາໄສທີ່ໄດ້ອັດຄຼິບວີດີໂອ ສົ່ງເປີດຢູ່ພິທີໄຂງານຕະຫຼາດນັດນີ້. ງານຕະຫຼາດນັດປີນີ້ໄດ້ຈັດຕາມຮູບແບບໂດຍກົງ ແລະ ອອນລາຍໃນລະຫວ່າງວັນທີ 27 – 30 ພະຈິກ. ມີວິສາຫະກິດເກືອບ 80 ແຫ່ງດ້ວຍບັນດາຂະແໜງສິນຄ້າທີ່ມີກຳລັງແກ່ງແຍ້ງສູງ ແລະ ພັດທະນາຕະຫຼາດສົ່ງອອກຢູ່ຈີນ ແລະ ອາຊຽນ ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ