ຫວຽດນາມ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ APEC ຢູ່ອີນໂດເນເຊຍ

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ APEC ຢູ່ອີນໂດເນເຊຍ - ảnh 1
(ພາບປະກອບ)
(vovworld) –  ກອງ​ປະຊຸມ​ລັດຖະມົນຕີ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝີ​ກ (APEC) ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 20/04, ຢູ່​ສູນ​ກອງ​ປະຊຸມ ​ແລະ ວາງສະ​ແດງ​ສາກົນ, ນະຄອນຫຼວງ Surabaya, ຂຶ້ນ​ກັບ​ນະຄອນ Java, ປະ​ເທດ​ອີນ​ໂດ​ເນເຊຍ. ​ໃນ 2 ວັນ​ດຳ​ເນີນ​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ການ​ຄ້າ​ຂອງ​ບັນດາ​ພື້ນຖານ​ເສດ​ຖະກິດ​ສະມາຊິກ ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ອົງການ​ຈັດ​ຕັ້ງ​ໃນ​ພາກ​ພື້ນ ​ແລະ ສາກົນ​ທີ່​ກ່ຽວຂ້ອງ​ຄື ອາ​ຊຽນ, ອົງການ​ກາ​ນການ​ຄ້າ​ສາກົນ, ສະພາ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຝີ​ກ ​ແລະ ຄະນະ​ເລຂາ APEC ຈະ​ສຸມ​ໃສ່​ປຶ​ກສາ​ຫາລື​ບັນດາ​ບັນຫາ, ​ເນື້ອ​ໃນ ​ແລະ ຂໍ້​ລິ​ເລີ່​ມ​ແນ​ໃສ່​ກະກຽມ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ APEC ​ເຊິ່ງຈະ​ດຳ​ເນີນ​ໄປ​ໃນ​ເດືອນ 10/2013 ຈະ​ມາ​ເຖິງ​ຢູ່ບາ​ລີ, ປະ​ເທດ​ອີນ​ໂດ​ເນ​ເຊຍ. ຈຸດ​ສຸມ​​ໃນການປຶກສາ​ຫາລື​ຂອງ​ກອງ​ປະຊຸ​ມ​ສຸມ​ໃສ່​ເຂົ້າ​ໃນ​ການ​ຫັນ​ການ​ຄ້າ​ເປັນ​ເສລີ ​ແລະ ການ​ລົງທຶນ​ຜ່ານ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ຊຸກຍູ້​ການ​ລົງທຶນ ​ແລະ ປະຕິ​ຮູ​ບ​ໂຄງ​ປະກອບ, ຈຸດໝາຍ​​ແມ່ນ​ນຳ APEC ກາຍ​ເປັນ​ພາກ​ພື້ນ​​ເປີດປະຕູ ​ແລະ ​ເສລີ​ດ້ານ​ການ​ຄ້າ​ໃນ​ປີ 2020.

  ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຫວູຮຸຍ​ຮ່ວາງ ​ໄດ້​ນຳໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ຄາດ​ວ່າ ຢູ່​ນອກ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ ຫວູຮຸຍ​ຮ່ວາງ ຈະ​ມີການ​ພົບ​ປະ 2 ຝ່າຍ​ກັບປະ​ເທດ​ຕ່າງໆ ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ