ຫວຽດນາມ ເຂົ້າຮ່ວມ ຢ່າງຕັ້ງໜ້າ ໃນສົນທິ ສັນຍາອະນຸລັກຮັກ ສາມໍລະດົກ ຂອງ UNESCO

ຫວຽດນາມ ເຂົ້າຮ່ວມ ຢ່າງຕັ້ງໜ້າ ໃນສົນທິ ສັນຍາອະນຸລັກຮັກ ສາມໍລະດົກ ຂອງ UNESCO - ảnh 1
ຄະນະຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງ UNESCO
(ພາບ: vietnamplus.vn)

(vovworld) - ຄະນະ​ຫວຽດນາມ  ​ໄດ້​ຮັບ​ການ​ຕີ​ລາຄາ​ແມ່ນ​ໜຶ່ງ ​ໃນ​ບັນດາ​ປະ​ເທດ​ສະມາຊິກ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ທີ່​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະມັດຊາ​ໃຫຍ່​ສົນທິສັນຍາ (2003) ອະນຸລັກ​ຮັກສາ​ມໍລະດົກວັດທະນະທຳ​ບໍ່​ມີ​ຮູ​ບຮ່າງ​ຂອງ UNESCO ທີ່​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 4 – 8/6 ຢູ່​ນະຄອນຫຼວງ ປາຣີ, ປະ​ເທດ ຝຣັ່ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 142 ປະ​ເທດ​ສະມາຊິກ. ທ່ານ​ຮອງ​ສາດສະດາຈານ Duong Van Quang, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຢູ່ UNESCO ​ໃຫ້​ຮູ້​ວ່າ: ໜຶ່ງ ​ໃນ​ບັນດາ​ບັນຫາ​ສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ຊອກ​ຫາ​ແຫຼ່ງງົບປະມານ​ໃຫ້​ແກ່​ການ​ສືບ​ຕໍ່​ປະຕິບັດ​ສົນທິສັນຍາ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ມີ 3 ​ເນື້ອ​​ໃນ​ໃຫຍ່​ອື່ນ​ອີກ​ນັ້ນ​ແມ່ນ: ປຶກສາ​ຫາລື​ການ​ປັບປຸງ​ເອກະສານ​ແນະນຳ​ປະຕິບັດ​ສົນ​ທິສັນຍາ, ​ເລືອກ​ຕັ້ງ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ຂອງ​ສົນທິສັນຍາ, ຮັບຮອ​ງເອົາຂໍ້​ຕົກລົງ​ກ່ຽວ​ກັບ​ການ​ສະ​ເຫຼີ​ມສະຫຼອງ 10 ປີ ​ແຫ່​ງວັນ​ສ້າງ​​ສົນທິສັນຍາ ​ໃນ​ປີ 2013. ກ່ຽວ​ກັບ​ບາງ​ໝາກຜົນ​ລະອຽດ​ຂອງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ຄັ້ງ​ນີ້, ທ່ານເອກ​ອັກຄະ​ລັດຖະທູດ Duong Van Quang ​ໃຫ້​ຮູ້​ວ່າ:

“ສະມັດຊາ​ໃຫຍ່​ໄດ້​ເປັນ​ເອກະ​ພາບ​ກັນ ຮັກສາ ອົງການ​ທີ່​ປຶກສາ ​ແລະ ອົງການຊ່ວຍ​ວຽກ​ໃຫ້​ແກ່​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ, ຫາກ​ບໍ່​ແມ່ນ​ໂຮມ​ເຂົ້າ​ເປັນ​ອົງການ​ດຽວ.​ ຊະມັດ​ຊາ​ໃຫຍ່​ກໍ​ເປັນ​ເອກະ​ພາບກັນວາງ​ອອກ​ຈຳນວນ​ເອກະສານ​ໃຫ້​ແກ່​ແຕ່ລະ​ປະ​ເທດ​ຍືນ​ສະ​ເໜີ​ໃນ​ແຕ່ລະ​ປີ, ​ໃນ​ນັ້ນ​ຕ້ອງ​ພິຈາລະນາ​ຕາມ 3 ມາ​ດຕະຖານ​ນັ້ນ​ແມ່ນ: ປະ​ເທດ​ໃດ​ຍັງບໍ່​ທັນ​ມີ ​ເອກະສານ​ໃດ​ໄດ້​ຮັບ​ການ​ພິຈາລະນາ, ​ແມ່ນຕ້ອງ​​ຮັບບຸລິມະສິດ​ອັນ​ດັບ​ໜຶ່ງ, ​ໃນ​ນັ້ນ​ບັນ​ດາ​ສຳ​ເນົາເອກະສານ ມໍລະດົກ​ຄວນ​ໄດ້​ຮັບ​ການ ອະນຸລັກ​ຮັກສາ​ຢ່າງ​ຮີບ​ດ່ວນ ກໍ​ຖືກ​ຈັດ​ອັນ​ດັບໜຶ່ງ. ມາດຕະຖານ​ທີ 2 ​ແມ່ນ, ​ສຳ​ເນົາເອກະສານ​ຊຸດ​ໜຶ່ງ ​ໄດ້​ຮັບ​ການ​ຍື່ນ​ສະ​ເໜີ​ຈາກ​ຫຼາຍ​ປະ​ເທດ, ໝາຍ​ຄວາມ​ວ່າ​ແຕ່ 3 ປະ​ເທດຂຶ້ນ​ໄປ ກໍ່​ໄດ້​ຮັບ​ບຸ​ລິ​ມະ​ສິດ. ສຸດ​ທ້າຍ, ປະ​ເທດ​ໃດ​ມີ​ສຳ​ເນົາເອກະສານ​​ໄດ້​ຮັບ​ການ​ຮັບ​ຮູ້​ໜ້ອຍ​ກ່ວາ​ໝູ່ ກໍ​ໄດ້​ຮັບ​ບຸລິມະສິດ​ໃນ​ວິວັດ​ການ​ຍືນ​ສະ​ເໜີ​ໃນ​ແຕ່ລະ​ປີ.”

ຂ່າວ/ບົດ​ອື່ນ