ຫວຽດນາມ ເຂົ້າຮ່ວມ ວາລະປະຊຸມຂັ້ນສູງຊຸດທີ 28 ສະພາສິດທິມະນຸດ ຂອງສະຫະປະຊາຊາດ

ຫວຽດນາມ ເຂົ້າຮ່ວມ ວາລະປະຊຸມຂັ້ນສູງຊຸດທີ 28 ສະພາສິດທິມະນຸດ ຂອງສະຫະປະຊາຊາດ - ảnh 1
(ພາບປະກອບ)

(vovworld) – ວາລະ​ປະຊຸມຂັ້ນ​ສູງ​ຊຸດ​ທີ 28 ສະພາສິດທິ​ມະນຸດ​ສະຫະ​ປະຊາ​ຊາດ (ສປຊ) ຫາ​ກໍ່​ໄຂ​ຂຶ້ນ​ທີ່ Geneva, ປະ​ເທດ ສະ​ວິດ ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫງວຽນ​ກ໋ວກ​ເກື່ອງ ນຳ​ໜ້າ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ຄັ້ງ​ນີ້. ​ໃນ​ສັບປະດາ​ໄຂວາລະ​ປະຊຸມ​ຂັ້ນ​ສູງ, ສະພາ​ສິດທິ​ມະນຸດ​ຄາດ​ວ່າ​ຈະ​ຈັດ​ຕັ້ງ​ບັນດາ​ວາລະ​​ເຮັດ​ວຽກ​ຂັ້ນ​ສູງ ກ່ຽວ​ກັບ​ບັນດາ​ຫົວ​ເລື່ອງ​ສະ​ເພາະ ​ເຊິ່ງລວມມີ: ການ​ຊຸກ​ຍູ້​ບັນດາ​ບັນຫາ​ສິດທິ​ມະນຸດ​ໃນ​ການ​ເຄື່ອນ​ໄຫວ​ຂອງ ສປຊ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ສິດທິ​ມະນຸດ, ປຶ​ກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ຕັດສິນ​ປະຫານ​ຊີວິດ. ​ໃນ​ບັນດາ​ສັບປະດາ​ເຮັດ​ວຽກ​ຕໍ່​ໄປ, ສະພາ​ສິດທິ​ມະນຸດຄາດ​ວ່າ ຈະ​ພິຈາລະນາ​ເກືອບ 90 ບົດ​ລາຍ​ງານ​ຂອງ​ບັນດາ​ກົນ​ໄກ ສປຊ ກ່ຽວ​ກັບ​ສິດທິ​ມະນຸດ, ຈັດ​ຕັ້ງການ​ເຮັດ​ວຽກ​​ຫົວ​ເລື່ອງ​ສະ​ເພາະ ກ່ຽວ​ກັບ​ສິດ​ຂອງ​ເດັກ, ຄົນ​ພິການ, ຕ້ານການ​ຈຳ​ແນ​ກ​ເຊື້ອ​ຊາດ, ການ​ສ້າງ​ນະ​ໂຍບາຍ​ແຫ່ງ​ຊາດ ​ແລະ ການ​ຮ່ວມ​ມືດ້ານ​ເຕັກນິກ. ຄາດ​ວ່າ​ທີ່​ ວາລະ​ປະຊຸມຂັ້ນ​ສູງ​ຊຸດ​ທີ 28, ມີປະມານ 40  ຮ່າງ​ມະຕິກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສິດທິ​ມະນຸດຈະ​ໄດ້​ຮັບ​ການ​ແນະນຳ ​ແລະ ສະພາ​ສິດທິ​ມະນຸດ​ພິຈາລະນາຈະປຶກສາ​ຫາລື ​ແລະ ຮັບຮອງ​ເອົາ. ປະຈຸ​ບັນ ຫວຽດນາມ ​ແມ່ນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດອາຍຸ​ການ 2014-2016, ​ແລະ ຫາ​ກໍ່​ໄດ້ຮັບ​ການ​ແຕ່ງ​ຕັ້ງຈາກ​ບັນດາ​ປະ​ເທດ​ ອາ​ຊຽນ​ ເປັນ​ຜູ້ປະສານງານ​ຮ່ວມ​ຄືນ​ໃໝ່ຂອງ ອາ​ຊຽນ ຢູ່​ສະພາ​ສິດທິ​ມະນຸດ ສປຊ.

ຂ່າວ/ບົດ​ອື່ນ