ຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 8 ຂອງກຸ່ມປະຕິບັດງານກ່ຽວກັບຜູ້ອາຍຸສູງ ຂອງສະຫະປະຊາຊາດ

(VOVWORLD) -  ກອງປະຊຸມຄັ້ງທີ 8 ຂອງກຸ່ມປະຕິບັດງານກ່ຽວກັບຜູ້ອາຍຸສູງ ໄດ້ດຳເນີນແຕ່ວັນທີ 05-07 ກໍລະກົດ ທີ່ສຳນັກງານສະຫະປະຊາຊາດ ຢູ່ນິວຢອກ, ອາເມລິກາ, ສຸມໃສ່ປຶກສາຫາລືບັນດາມາດຕະການຊຸກຍູ້, ຮັບປະກັນສິດທິຂອງຜູ້ອາຍຸສູງ, ເພີ່ມທະວີການປະກອບສ່ວນຂອງຜູ້ອາຍຸສູງສຳລັບສັງຄົມ. 

ຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 8 ຂອງກຸ່ມປະຕິບັດງານກ່ຽວກັບຜູ້ອາຍຸສູງ ຂອງສະຫະປະຊາຊາດ  - ảnh 1ກອງປະຊຸມຄັ້ງທີ 8 ຂອງກຸ່ມປະຕິບັດງານກ່ຽວກັບຜູ້ອາຍຸສູງ ສະຫະປະຊາຊາດ 

ທີ່ກອງປະຊຸມ, ບັນດາປະເທດໄດ້ແບ່ງປັນບັນດາຄວາມມານະພະຍາຍາມຂອງຊາດເຂົ້າໃນວຽກງານຮັບປະກັນສິດທິຂອງຜູ້ອາຍຸສູງຜ່ານວຽກງານກໍ່ສ້າງ ແລະ ຜັນຂະຫຍາຍກົດໝາຍ, ນະໂຍບາຍ, ໂຄງການດຳເນີນງານລະດັບຊາດກ່ຽວກັບຜູ້ອາຍຸສູງ. ຕາງໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ທ່ານ ນາງ ຟ້າມທິກີມແອັງ, ເອກອັກຄະລັດຖະທູດ, ຮອງຫົວໜ້າຜູ້ປະຈຳການຄະນະຜູ້ຕາງໜ້າຂອງ ຫວຽດນາມ ປະຈຳສະຫະປະຊາຊາດ, ມີບົດກ່າວປາໄສ ຍົກໃຫ້ເຫັນເຖິງຜົນງານຂອງ ຫວຽດນາມ ໃນວຽກງານເບິ່ງແຍງດູແລ ແລະ ເພີ່ມທະວີບົດບາດຂອງຜູ້ອາຍຸສູງ, ໃນນັ້ນມີວຽກງານສະເຫຼີມສະຫຼອງ ວັນແຫ່ງຜູ້ອາຍຸສູງ ໃນວັນທີ 06 ມິຖຸນາ ຂອງທຸກປີ, ຖືເອົາເດືອນ ຕຸລາ ຂອງທຸກປີເປັນເດືອນປະຕິບັດງານ ເພື່ອຜູ້ອາຍຸສູງກັບດ້ວຍຫຼາຍການເຄື່ອນໄຫວຫຼາຍຢ່າງແທດຈິງຄື: ການກວດສຸຂະພາບ, ໃຫ້ຄຳປຶກສາກ່ຽວກັບສຸຂະພາບ ແລະ ສະໜອງຢາປົວພະຍາດຟີຼ, ແຈກຢາຍຂອງຂວັນ, ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ.

 

ຕອບກັບ

ຂ່າວ/ບົດ​ອື່ນ