ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 192 ຂອງສະພາບໍລິຫານ UNESCO

ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 192 ຂອງສະພາບໍລິຫານ UNESCO - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຫວຽດນາມ ຫງວຽນ​ແທງ​ເຊີ​ນ ແລະ ທ່ານ​ນາງ Irina Bokova, ຜູ້ອຳນວຍການ​ໃຫຍ່​ UNESCO
(ພາບ: Bích Hà/Vietnam+)

(vovworld) – ​“ຫວຽ​ດນາ​ມ ສືບ​ຕໍ່​ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ​ໂດຍ​ທ່ານ​ນາງ Irina Bokova, ຜູ້ອຳນວຍການ​ໃຫຍ່​ຂອງ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ສະຫະ​ປະຊາ​ຊາດ (UNESCO), ປະຕິບັດ​ເພື່ອ​ນຳ​ອົງການ​ນີ້​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ, ພ້ອມ​ທັງ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ ​ແລະ ​ເພີ່ມ​ທະວີ​ທີ່​ຕັ້ງ, ບົດບາດ​ຂອງ​ອົງການ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຢ່າງ​ເປັນ​ທາງ​ການ​ສະພາ​ບໍລິຫານ UNESCO ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 30/9, ຢູ່​ນະຄອນຫຼວງ ປາຣີ, ປະ​ເທດ ຝຣັ່ງ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຫວຽດນາມ ຫງວຽນ​ແທງ​ເຊີ​ນ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ, ຊີ້​ແຈ້ງວ່າ: ຫວຽດນາມ ຊົມ​ເຊີຍ UNESCO ສືບ​ຕໍ່​ສະຫງວນ​ບຸລິມະສິດ​ໃຫ້​ແກ່​ການ​ສຶກສາ​ຮັບ​ໃຊ້​ທຸກ​ຄົນ (EFA) ກໍ່​ຄື​ການ​ສຶກສາ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ (ESD).

    ກ່ອນ​ໜ້າ​ນັ້ນ, ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ແທງ​ເຊີນ, ທ່ານ​ນາງ Bokova ຖື​ວ່າ: ການ​ປະກອບສ່ວນຢ່າງ​ຕັ້ງໜ້າ ​ແລະ ມີ​ລັກສະນະ​ສ້າງສັນ​ຂອງ ຫວຽດນາມ ສຳລັບ​ການ​ເຄື່ອນ​ໄຫວ​ຂອງ UNESCO ​ໃນ​ຊຸມ​ປີ​ຜ່ານ​ມາ​ໄດ້​ຮັບ​ການ​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຈາກ​ບັນດາ​ສະມາຊິກ​ຂອງ​ສະພາ​ບໍລິຫານ. ດ້ວຍ​ບັນດາ​ມໍລະດົກ​ວັດທະນະທຳ​ທີ່ໄດ້​ຮັບ​ການ​ເຊີດ​ຊູ​ຈາກ​ໂລກ​ໃນ​ທຸກ​ຂົງ​ເຂດ, ຫວຽດນາມ ສົມ​ເປັນ​ເສົາ​ຄ້ຳ​ໃນ​ ອາ​ຊຽນ.

    ກອງປະຊຸມ​ຄັ້ງ​ທີ 192 ຂອງ​ສະພາ​ບໍລິຫານ UNESCO ຖືກ​ຈັດ​ຕັ້ງ​ແຕ່​ວັນ​ທີ 24/9 ຫາ 11/10 ຢູ່ ປາຣີ, ​ໄດ້​ເຕື້ອງ​ເຖິງ​ຫຼາຍ​ບັນຫາ, ​ໃນ​ນັ້ນ​ສຸມ​ໃສ່​ປຶກສາ​ຫາລື​ຍຸດ​ທະ​ສາດ​ພັດທະນາ​ໄລຍະ​ກາງຂອງ UNESCO.

ຂ່າວ/ບົດ​ອື່ນ