ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກປີ 2021

(VOVWORLD) -ທ່ານນາງຮອງປະທານປະເທດ ຫວໍທິແອງຊວັນ ໄດ້ເນັ້ນໜັກເຖິງບົດບາດຢ່າງຮອບດ້ານ ແລະ ການປະກອບສ່ວນຢ່າງໃຫຍ່ຫຼວງຂອງແມ່ຍິງ ໃນຄວາມມານະພະຍາຍາມລວມ ເພື່ອຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ
ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກປີ 2021 - ảnh 1ທ່ານນາງຮອງປະທານປະເທດ ຫວໍທິແອງຊວັນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

ຕອນຄ່ຳວັນທີ 28 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ຫຼວງ Lisbon ປະເທດ ປອກຕຸຍການ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອງຊວັນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກປີ 2021 ດ້ວຍຫົວຂໍ້ “ແມ່ຍິງ - ຫັນປ່ຽນພື້ນຖານເສດຖະກິດທົ່ວໂລກ”.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງຮອງປະທານປະເທດ ຫວໍທິແອງຊວັນ ໄດ້ເນັ້ນໜັກເຖິງບົດບາດຢ່າງຮອບດ້ານ ແລະ ການປະກອບສ່ວນຢ່າງໃຫຍ່ຫຼວງຂອງແມ່ຍິງ ໃນຄວາມມານະພະຍາຍາມລວມ ເພື່ອຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ ແລະ ການຮັບມືກັບຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດ.

        ທ່ານນາງຮອງປະທານປະເທດໄດ້ຢືນຢັນ ການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ທັງແມ່ນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ລຸລ່ວງ, ທັງແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ ຫວຽດນາມ ໃນຂອບເຂດການຮ່ວມມືຢູ່ພາກພື້ນ ແລະ ສາກົນ. ທ່ານນາງຮອງປະທານປະເທດ ຫວໍທິແອງຊວັນ ຮຽກຮ້ອງຕ້ອງເສີມຂະຫຍາຍບົດບາດ ແລະ ການເຂົ້າຮ່ວມຢ່າງຄົບຖ້ວນ ແລະ ສະເໝີພາບຂອງແມ່ຍິງ ໃນການຮັກສາສັນຕິພາບ, ຄວາມໝັ້ງຄົງແຫ່ງຊາດ ແລະ ສາກົນ.

        ໃນຂອບເຂດກອງປະຊຸມ, ຄະນະຜູ້ແທນເຊິ່ງແມ່ນການນຳຫຼາຍກະຊວງ, ຂະແໜງການຂອງ ຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນໃນວາລະປຶກສາຫາລືຄົບຄະນະ ແລະ ຫຼາຍຫົວເລື່ອງສະເພາະທີ່ມີລັກສະນະສະຖານະການການເມືອງ… ເກືອບ 20 ຄັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ