ຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາບໍລິຫານເທື່ອທີ 1 ຂອງກອງປະຊຸມໃຫຍ່ລັດຖະສະພາອາຊີ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ Samdech Heng Samrin ແລະ ທ່ານເລຂາທິການໃຫຍ່ກອງປະຊຸມລັດຖະສະພາອາຊີ M.H. Nejad Hosseinian,
ຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາບໍລິຫານເທື່ອທີ 1 ຂອງກອງປະຊຸມໃຫຍ່ລັດຖະສະພາອາຊີ - ảnh 1 ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ (ພາບອິນເຕີແນັດ)

ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຮ່າງອັກຈ໋ຽນ, ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານສະພາຊົນເຜົ່າ ເປັນຫົວໜ້າຄະນະ ເຂົ້າຮ່ວມກອງປະຊຸມສະພາບໍລິຫານເທື່ອທີ 1 ຂອງກອງປະຊຸມໃຫຍ່ລັດຖະສະພາອາຊີ (APA) ແຕ່ວັນທີ 01 – 04 ຕຸລາ ຢູ່ ພະນົມເປັນ ປະເທດ ກຳປູເຈຍ.
ໃນຂອບເຂດກອງປະຊຸມ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ Samdech Heng Samrin ຕາມພິທີການທູດ; ພົບປະກັບບັນດາຄະນະຜູ້ແທນຂອງ ອິນເດຍ, ຕວກກີ, ກຳປູເຈຍ, ລາວ…ເນື່ອງໃນໂອກາດນີ້, ຄະນະຜູ້ແທນ ຫວຽດນາມ ໄດ້ສົ່ງຄຳເຊື້ອເຊີນເຖິງບັນດາລັດຖະສະພາທີ່ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 26 ຂອງເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຈະໄດ້ຈັດຕັ້ງຢູ່ ຫວຽດນາມ ໃນເດືອນ ມັງກອນ 2018 ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ