ຫວຽດນາມ ເຂົ້າຮ່ວມການພົບ ປະການນຳກຳມະ ບານບັນດາພື້ນຖານ ເສດຖະກິດສະມາຊິກ APEC

ຫວຽດນາມ ເຂົ້າຮ່ວມການພົບ ປະການນຳກຳມະ ບານບັນດາພື້ນຖານ ເສດຖະກິດສະມາຊິກ APEC - ảnh 1
(ພາບປະກອບ)

(vovworld) -     ຕອນ​ບ່າຍ​ວັນ​ທີ 3/9, ຢູ່​ທຳ​ລຽບ Novo – Ogarovo, ຊານ​ນະຄອນ ມົດ​ສະ​ກູ, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ກຳມະບານ​ບາງ​ພື້ນຖານ​ເສດຖະກິດ​ສະມາຊິກ ​ເວທີ​ປາ​ໄສຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝິກ (APEC). ທ່ານ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽ​ດນາມ Dang Ngoc Tung ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະທານາທິບໍດີ Putin ​ໄດ້​ຢືນຢັນ​ວ່າ ດ້ວຍ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າພາບ APEC ຄັ້ງ​ນີ້, ລັດ​ເຊຍ ຈະ​ຮັບ​ຮູ້​ບັນດາ​ຂໍ້​ສະ​ເໜີ​ ​ແລະ ​ຄຳ​​ໃຫ້ປຶກສາ​ຂອງ​ວົງ​ການ ກາ​ນນຳ​ກຳມະບານ, ​ເພື່ອ​ນຳ​ເຂົ້າ​ໂຄງການ​ດຳ​ເນີນ​ງານ ​​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ແຫຼ່ງກຳລັງ​ແຮງ​ງານ​ຢູ່​ທຸກໆ​ພື້ນຖານ​ເສດຖະກິດ​ສະມາຊິກ APEC, ຜ່ານ​ນັ້ນ ຫຼຸດຜ່ອນ​ອັດຕາ​ສ່ວນຄົນ​ວ່າງ​ງານ ​ແລະ ​ເພີ່ມ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນຕື່ມ​ອີກ. ຕາມ​ທ່ານ Putin ​ແລ້ວ, APEC ນັບ​ມື້​ນັບ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ພື້ນຖານ​ເສດຖະກິດ​ຂອງ​ລັດ​ເຊຍ ​ແລະ ​ດ້ວຍ​ບົດບາດ​ເປັນ​ເຈົ້າພາບ​ໃນ​ປີ​ນີ້ ຈະ​ນຳ​ມາ​ເຊິ່ງປະ​ເທດ​ນີ້​​ບັນດາ​ກາລະ​ໂອກາດ​ໃໝ່ ​ເພື່ອ​ພັດທະນາ​ເສດຖະກິດ​ເຂດຕາ​ເວັນ​ອອກ​ໄກ

ບັນດາ​ຜູ້​ແທນ​​ເຂົ້າ​ຮ່ວມ​ການ​ພົບ​ປະ ​ໄດ້​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ການ​ເຊື່ອມ​ໂຍ​ງ​​ເສດຖະກິ​ດໃນ​ຂອບ​ເຂດ​ APEC, ສະພາບ​ຕົວ​ຈິງ​ຂອງ​ພື້ນຖານ​ເສດຖະກິດ​​ພາກ​ພື້ນ​ອາຊີ - ປາຊີ​ຝິກ, ​ໃນ​ປະຈຸ​ບັນບັນຫາ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ຍົກ​ສູງ​ສິດ​ແຮງ​ງານ ​ແລະ ສັງ​ສົມ​ໃຫ້​ແກ່​ປະຊາຊົນ. ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC ຄວນສ້າງ​ກົນ​ໄກ​ເຈລະຈາ 3 ຝ່າຍ​ລະຫວ່າງ​ລັດ, ຄົນ​ງານ ​ແລະ ​ເຈົ້າ​ຂອງ​ວິ​ສາ​ຫະກິດ ​ເພື່ອ​ແນ​ໃສ່​ແກ້ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ສະພາບ​ອັດຕາ​ຄົນ​ວ່າງ​ງງານ​ໃນ​ໂລກ​ພວມ​ຢູ່​ໃນ​ລະດັບ​ສູງ​ຄື​ປະຈຸ​ບັນ, ພ້ອມ​ທັງສ້າງ​ຕັ້ງ​ເວທີ​ປາ​ໄສ​ກຳມະບານ ​ແລະ ນຳ​ເນື້ອ​ໃນ​ດັ່ງກ່າວ​ເຂົ້າ​ໂຄງການ​ດຳ​ເນີນ​ງານ​ນັບ​ແຕ່​ກອງ​ປະຊຸມ APEC ຄັ້ງ​ຕໍ່​ໄປ.

ຂ່າວ/ບົດ​ອື່ນ