ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ໂທ​ລະ​ຄົມ​ມະ​ນາ​ຄົມ​ສາ​ກົນ 2019 ຢູ່ ຮຸງ​ກາ​ຣີ

(VOVWORLD) -ວັນທີ 09 ກັນຍາ, ງານວາງສະແດງໂທລະຄົມມະນາຄົມໂລກ 2019 (ITU Telecom World 2019) ໄດ້ໄຂຂຶ້ນຢູ່ນະຄອນຫລວງ Budapest, ຮຸງກາຣີ.
ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ໂທ​ລະ​ຄົມ​ມະ​ນາ​ຄົມ​ສາ​ກົນ 2019 ຢູ່ ຮຸງ​ກາ​ຣີ - ảnh 1ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງກ່າວຄຳເຫັນທີ່ງານວາງສະແດງໂທລະຄົມມະນາຄົມ (ພາບ: Vietnam+) 

ນີ້ແມ່ນເຫດການປະຈຳປີຂອງສະຫະພັນໂທລະຄົມມະນາຄົມສາກົນ (ITU) ທີ່ມີຂອບຂະໜາດໃຫຍ່ ແລະ ຄວາມສຳຄັນທີ່ສຸດກ່ຽວກັບດ້ານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານໃນຂອບຂະໜາດທົ່ວໂລກ. ງານວາງສະແດງປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກ່ວາ 5.000 ຄົນທີ່ມາຈາກກ່ວາ 100 ປະເທດ ແລະ ເຂດແຄ້ວນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງງານວາງສະແດງໂທລະຄົມມະນາຄົມໂລກໃນເດືອນກັນຍາ 2020 ຢູ່ ຮ່າໂນ້ຍ. ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ຢືນຢັນວ່າ ຫວຽດນາມ ພວມມານະພະຍາຍາມຫັນປ່ຽນພື້ນຖານໂຄງລ່າງໂທລະຄົມມະນາຄົມກາຍເປັນພື້ນຖານໂຄງລ່າງ ICT, ດ້ວຍແຜນການຍຸດທະສາດຫັນປ່ຽນດີຈີຕອນແຫ່ງຊາດລວມມີ ລັດຖະບານ, ວິສາຫະກິດ ແລະ ສັງຄົມ.ຕາມນັ້ນແລ້ວ ຄວາມປອດໄພທາງເຄືອຂ່າຍອິນເຕແນັດ ແລະ ຫຼັກການດີຈີຕອນຈະແມ່ນຄວາມຮຽກຮ້ອງຕ້ອງການໂດຍພື້ນຖານຂອງກິດຈະກຳຫັນປ່ຽນເປັນດີຈີຕອນ.

        ດ້ວຍຫົວຂໍ້ “ພ້ອມກັນປ່ຽນແປງໃໝ່ ເພື່ອເຊື່ອມຕໍ່ຢ່າງມີຄຸນຄ່າ”, ງານວາງສະແດງ ITU Telecom World 2019 ດຳເນີນແຕ່ວັນທີ 09 – 12 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ