ຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສໃນຂອບເຂດ ອາຊຽນ+3

(VOVWORLD) - ໃນລະຫວ່າງວັນທີ 06 – 07 ມິຖຸນາ, ທີ່ສິງກະໂປ, ໄດ້ດຳເນີນບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສໃນຂອບເຂດ ອາຊຽນ + 3, ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນ ອາຊຽນ (ARF), ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື.
ຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສໃນຂອບເຂດ ອາຊຽນ+3 - ảnh 1 ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ (ພາບ: TTXVN)

ບັນດາກອງປະຊຸມສຸມໃສ່ປຶກສາຫາລືສະພາບການຮ່ວມມືໃນບັນດາຂອບເຂດ ອາຊຽນ + 3, EAS ແລະ ARF ໃນໄລຍະຜ່ານມາ ແລະ ທິດທາງໃນໄລຍະຈະມາເຖິງ.

        ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ໄດ້ເຊີດຊູຄວາມສຳຄັນຂອງບັນດາກົນໄກຮ່ວມມືສຳລັບສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ພາກພື້ນ.

        ກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນ, ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ໃສ່ໃຈກ່ຽວກັບບັນດາການຫັນປ່ຽນໃນພູມສາດການເມືອງພາກພື້ນ ພວມມີບັນດາຜົນກະທົບຢ່າງໃຫຍ່ຫລວງຕໍ່ ອາຊຽນ ແລະ ບັນດາກົນໄກໂດຍ ອາຊຽນ ນຳໜ້າ, ໃນນັ້ນ ມີບັນດາຂໍ້ລິເລີ່ມ, ຍຸດທະສາດການຮ່ວມມືພາກພື້ນ, ລະຫວ່າງພາກພື້ນໂດຍບາງປະເທດໃຫຍ່ຍົກອອກມາ.

        ກ່ຽວກັບບັນຫາທະເລຕາວັນອອກ, ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ຮຽກຮ້ອງບັນດາຝ່າຍລະງັບໃຈ, ເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາກົດໝາຍວ່າດ້ວຍທະເລ 1982 ຢ່າງເຖິງຖອງ, ບໍ່ມີບັນດາການກະທຳພຽງລຳພັງຝ່າຍດຽວ ເຮັດໃຫ້ສະພາບການສັບສົນ ແລະ ຝືນກັບກົດໝາຍສາກົນ, ຜ່ານນັ້ນ ຮັບປະກັນສະພາບແວດລ້ອມທີ່ສະດວກໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ