ຫວຽດນາມ ເຂົ້າຮ່ວມພິທີ ໄຂງານຕະຫຼາດນັດຈີນ - ອາຊີໃຕ້ ຄັ້ງທຳອິດ ແລະ ງານຕະຫຼາດນັດ ກວນໝິງ

ຫວຽດນາມ ເຂົ້າຮ່ວມພິທີ ໄຂງານຕະຫຼາດນັດຈີນ - ອາຊີໃຕ້ ຄັ້ງທຳອິດ ແລະ ງານຕະຫຼາດນັດ ກວນໝິງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິງ
ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂງານ​ຕະຫຼາດນັດ​ຈີນ - ອາຊີ​ໃຕ້
(ພາບ: chinhphu.vn)


(vovworld) - ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂງານ​ຕະຫຼາດນັດ​ຈີນ - ອາຊີ​ໃຕ້ ຄັ້ງ​ທຳ​ອິດ ​ແລະ ງານ​ຕະຫຼາດນັດ​ກວນ​ໝິງ, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 06/06, ຢູ່​ນະຄອນ ກວນ​ໝິງ, ​ແຂວງ ຢຸນໜານ, ປະ​ເທດ​ຈີນ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິງ ​ໃຫ້​ຮູ້​ວ່າ ຜ່ານ​ໄລຍະ 20 ປີ​ແຫ່ງ​ການຈັດ​ຕັ້ງ​ຢ່າງ​ປະສົບ​ຜົນ​ສຳ​ເລັດ, ມາ​ຮອດ​ປະຈຸ​ບັນງານ​ຕະຫຼາດນັດ​ກວນ​ໝິງ ​ໄດ້​ກາຍ​ເປັນ​ງານ​ຕະຫຼາດ​ໃຫຍ່ ​ເຊິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຫຼາຍ​ກວ່າ​ໝູ່​ຢູ່​ຈີນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຢືນຢັນ​ວ່າ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ​ຫວຽດນາມ - ຈີ​ນ ສືບ​ຕໍ່​ໄດ້​ຮັກສາ​ທ່າ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ ​ແລະ ​ແຂ​ງ​ແຮງ. ຈີ​ນສືບ​ຕໍ່​​ເປັນ​ຄູ່​ຮ່ວມ​ມືດ້ານ​ການ​ຄ້າ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ. ຄຽງ​ຂ້າງ​ນັ້ນ, ຍາມ​ໃດຫວຽດນາມ ​ແລະ ຈີນ ກໍ​ຕັ້ງໜ້າ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຄື; ພະລັງງານ​ໃຊ້​ຄວາມ​ຮ້ອນ, ຮ່ວມ​ມື​ກໍ່ສ້າງ​ບັນດາ​ກິດຈະກຳ​ອຸດສາຫະກຳ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່​ຫວຽດນາມ ພ້ອມ​ກັບ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ອື່ນໆ. 2 ປະ​ເທດ​ກໍ​ພວມ​ສືບ​ຕໍ່​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ພັດທະນາ​ 2 ​ແລວ​, ​ໜຶ່ງ​ຂອບ​ອ້ອມເສດຖະກິດ​ຫວຽດນາມ - ຈີນ.

        ​ເຂົ້າຮ່ວມ​ງານ​ຕະຫຼາດນັດ​ຄັ້ງ​ນີ້, ວິ​ສາ​ຫະກິດ​ຫວຽດນາມ ​ມີ​ຮ້ານວາງ​ສະ​ແດງສິນຄ້າ 180 ຮ້ານ, ຫຼາຍ​ກວ່າ​ໝູ່​ໃນ​ຈຳນວນ​ບັນດາ​ປະ​ເທດ​ອາ​ຊຽນ ທີ່​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດຄັ້ງ​ນີ້.

ຂ່າວ/ບົດ​ອື່ນ