ຫວຽດນາມ ເປັນເຈົ້າພາບຈັດເວທີປາໄສພັດທະນາອາຊີ ຄັ້ງທີ 5

ຫວຽດນາມ ເປັນເຈົ້າພາບຈັດເວທີປາໄສພັດທະນາອາຊີ ຄັ້ງທີ 5 - ảnh 1

ຫວຽດນາມ ​​ເປັນ​​ເຈົ້າ​​​ພາບ​​ຈັດເວທີ​ປາ​ໄສ​ພັດທະນາ​ອາ​ຊີ​ ຄັ້ງ​ທີ 5
(ພາບຈາກ ອີນເຕີເນັດ)

(vovworld) ດ້ວຍ​ຫົວ​ຂໍ້: “ບັນ​ດາ​ສິ່ງທ້າ​ທາຍ ​ແລະ ຍຸດທະ​ສາດ​ມຸ່ງ​ໄປ​ເຖິງການ​ພັດ​ທະ​ນາ​ອາຊີ​​ແບບ​ຍືນ​ຍົງ”, ​ເວ​ທີ​ປາ​ໄສ​​ພັ​ດທະນາ​ອາ​ຊຽນ ຄັ້ງ​ທີ 5 (ADF-5) ​​ໂດຍ​ກະຊວງ​ແຜ​ນການ ​ແລະ ການ​ລົງທຶນ ສົມທົບ​ກັບ​ທະນາຄານ​ພັດ​ທະນາ​ອາຊີ (ADB) ​​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 19/9 ຢູ່​ຮ່າ​ໂນ້ຍ. ​ເວທີ​ປາ​ໄສ​ຈະ​ສຸມ​​ໃສ່​ປຶ​ກສາ​ຫາລື​ບັນ​ດາ​ເນື້ອ​ໃນ​ທີ່​ສໍາ​ຄັນ​ຄື: ກໍາ​ລັງ​ຄວາມ​ສາ​ມາດ​ຂອງ​ລະບອບ ​ແລະ ພື້ນຖານ​ໂຄງ​ລ່າງ​ໃຫ້ຍົກ​ສູງສະມັດ​ຕະພາບ, ​ປ່ຽນ​​ໃໝ່ ​ແລະ ຫັນປ່ຽນ​ພື້ນຖານ​ເສດ​ຖະກິດ; ພັ​ດທະນາ​ແຫຼ່ງຊັບ​ພະ​ຍາ   ກອນມະນຸດ, ສົ່ງ​ເສີມ​ຍົກ​ສູງສະມັດ​ຕະພາບ, ປ່ຽນ​​ໃໝ່ ​ແລະ ຫັນປ່ຽນ​ພື້ນຖານ​ເສດ​ຖະກິດ; ​ປຸກລະດົມ​ບັນດາ​ແຫຼ່ງ​ເງິ​ນພັດທະນາ ​ເພື່ຶອພັ​​ດທະນາ​ແບບ​ຍືນ​ຍົງ; ​ແບ່ງປັນ​ບົດຮຽນ​ເຊ​ິ່ງກັນ ​ແລະ ກັນ. ບັນ​ດາ​ການປຶກສາ​ຫາ​ລື​ ກ່ຽວ​ກັບ​ການພັ​ດທະ​ນາ​ຕາໜ່າງພື້ນຖານ​ໂຄງ​ລ່າງຊ່ວຍ​ປະກ​ອບສ່ວນ​ໃຫ້ ການ​​ຫັນປ່ຽນ​ມີ​ປະສິດທິ​ຜົນ ນັບທັງດ້ານ​ຊັບ​ພະ​ຍາກອນມະນຸ​ດ ​ແລະ ສິນຄ້າ ກໍ່ຈະ​ໄດ້​ດຳ​​ເນີນ, ອີງ​ຕາມ​ບົດ​ລາຍ​ງານ​​ອາຊີ​ ປີ 2050 ຂ​ອງທະ​ນາ​ຄານ​ພັດທະນາ​ອາຊີ. ຜ່ານເວທີ​ປາ​ໄສຄັ້ງ​ນີ້, ຫວຽດນາມ ປາດ​ຖະໜາ​ວ່າ: ຢາກ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຂ​ອບ​ເຂ​ດກົ​ດໝາ​ຍ​​​ໃຫ້​ແກ່ກາ​ນຫັນ​​​ເປັນເອກະ​ຊົນ, ການ​​ເຂົ້າ​ຮ່ວມ​ຂອງ​ພາກ​​​ເອກະ​ຊົນ ​ແລະ ການ​ໝູນໃຊ້​​ເສດຖະກິດ​ຕະຫຼາດ.


ຂ່າວ/ບົດ​ອື່ນ