ຫວຽດນາມ ເພີ່ມທະວີ ການຮ່ວມມືດ້ານ ຄົມມະນາຄົມຂົນສົ່ງ ກັບສິງກະໂປ ແລະ EU

ຫວຽດນາມ ເພີ່ມທະວີ ການຮ່ວມມືດ້ານ ຄົມມະນາຄົມຂົນສົ່ງ ກັບສິງກະໂປ ແລະ EU - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ ດິງລາ​ທັງ ​
ແລະ ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ສິງກະ​ໂປ Lui Tuck Yew
(ພາບ: TTXVN)


(vovworld) - ວັນ​ທີ 11/02, ຢູ່​ສິງກະ​ໂປ, ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ ດິງລາ​ທັງ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ສິງກະ​ໂປ Lui Tuck Yew ​ໄດ້​ເປັນ​​ເອກະ​ພາບ​ນຳ​ກັນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃນ​ຂົງ​ເຂດຄົມມະນາຄົມ​ຂົນ​ສົ່ງ. ລັດຖະມົນຕີ​ທັງ 2 ທ່ານ ​ໄດ້​ເຫັນ​ດີ​ຊຸກ​ຍູ້​ການ​ເຈລະຈາ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ໃໝ່ ​ແທນ​ໃຫ້​ສັນຍາ​ຂົນສົ່ງ​ທາງ​ການ​ບິນ ​ແລະ ສັນຍາ​ຂົນສ່ົງ​ທາງ​ທະ​ເລ ​ເຊິ່ງລັດຖະບານ 2 ປະ​ເທດ​​ໄດ້​ລົງ​ນາມ​ເມື່ອ​ປີ 1992. ຝ່າຍ​ສິງກະ​ໂປ ​ເຫັນ​ດີ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ບຳລຸ​ງສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ໃນ​ຂົງ​ເຂດຄົມມະນາຄົມ​ຂົນ​ສົ່ງ ຄື ການບິນ, ການ​ເດີນ​ທະ​ເລ ​ແລະ ​ແບ່ງປັນ​ບົດຮຽນ​ກັບ​ຫວຽດນາມ ​ໃນ​ການວາງ​ແຜນ​ພັດທະນາ, ຄຸ້ມ​ຄອງ​ຄົມມະນາຄົມ​ເຂດ​ຕົວ​ເມືອງ, ຄວາມ​ປອດ​ໄພຄົມມະນາຄົມ​ທາງບົກ.

        ​ໃນລະຫວ່າງ​ວັນ​ທີ 10 – 12/02, ທ່ານ​ລັດຖະມົນຕີ​​ຊວງຄົມມະນາຄົມ​ຂົນ​ສົ່ງ ດິງລາ​ທັງ ​ໄດ້​ມີ​ການ​ຢ້ຽມຢາ​ມສິງກະ​ໂປ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ຄົມມະນາຄົມ ສິງກະ​ໂປ Lui Tuck Yew; ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ການບິນ​ສິງກະ​ໂປ, ກອງ​ປະຊຸມ​ສຸດ​ຍອດ​ການບິນ​ອາ​ຊຽນ - EU ​ແລະ ງານ​ວາງສະ​ແດງ​ການບິນ ສິງກະ​ໂປ.

        ​ນອກ​ຈາກບັນດາ​ເຫດການ​ດັ່ງກ່າວ, ທ່ານ ດິງລາ​ທັງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Siim Kallas, ຮອງ​ປະທານ​ຄະນະ​ກຳມະການ​ເອີລົບ (EC) ​ແລະ ​ເຂົ້າ​ຮ່ວມພິທີ​ລົງ​ນາມ​​ໃນ​ສັນຍາຜັນ​ຂະຫຍາຍການ​ຊື້ ​ແລະ ​ເຊົ່າ​ເຮືອ​ບີນ 100 ລ້ຳ ທີ່​ມີ​ມູນ​ຄ່າ 9,1 ຕື້ USD ລະຫວ່າງ VietJetAir ​ແລະ Airbus.

ຂ່າວ/ບົດ​ອື່ນ