ຫວຽດ​ນາມ - ເຢຍ​ລະ​ມັນ ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື

(VOVWORLD) -ການຄົ້ນຄວ້າປະຫວັດສາດແຫ່ງການສ້າງ ແລະ ພັດທະນາເນື້ອໃນທິດສະດີຂອງກະແສຟອງແນວຄິດເສດຖະກິດ ຢູ່ ເຢຍລະມັນ ໄດ້ຊ່ວຍເພີ່ມທະວີການເຄື່ອນໄຫວຄົ້ນຄວ້າທິດສະດີ, ຕິດພັນກັບການສະຫຼຸບພຶດຕິກຳຕົວຈິງ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະເທດເຢຍລະມັນ ຫຼາຍກວ່າອີກ, ຜ່ານນັ້ນຊ່ວຍຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ.
ຫວຽດ​ນາມ - ເຢຍ​ລະ​ມັນ ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື - ảnh 1ທ່ານສາດສະດາຈານ Andreas Stoffers, ຫົວໜ້າກອງທຶນ Friedrich Naumann Foudation ປະຈຳ ຫວຽດນາມ (ພາບ: Linh Chi)

ຕອນບ່າຍວັນທີ 6 ຕຸລາ, ສະຖາບັນຄົ້ນຄວ້າເອີຣົບ, ສັງກັດສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ດ້ວຍຫົວຂໍ້: “ກະແສຟອງແນວຄິດເສດຖະກິດ ຢູ່ສາທາລະນະລັດ ສະຫະພັນ ເຢຍລະມັນ: ປະຫວັດສາດ ແລະ ການພັດທະນາ”, ອຸປະຖຳໂດຍກອງທຶນ Friedrich Naumann Foudation, ເຢຍລະມັນ. ກອງປະຊຸມສຳມະນາດັ່ງກ່າວ ແມ່ນໂອກາດເພື່ອໃຫ້ນັກວິທະຍາສາດປຶກສາຫາລືແລກປ່ຽນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຮັດໃຫ້ເຫດຜົນອ້າງອີງດ້ານວິທະຍາສາດໃນທັດສະນະພາວະວິໄສ ແລະ ສັດຈະວິພາກຈະແຈ້ງຂຶ້ນຕື່ມ, ຮັບເອົາຄຸນຄ່າທີ່ກ້າວໜ້າຂອງກະແສຟອງແນວຄິດເສດຖະກິດ ຢູ່ ເຢຍລະມັນ. ທ່ານສາດສະດາຈານ Andreas Stoffers, ຫົວໜ້າກອງທຶນ Friedrich Naumann Foudation ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ການຄົ້ນຄວ້າປະຫວັດສາດແຫ່ງການສ້າງ ແລະ ພັດທະນາເນື້ອໃນທິດສະດີຂອງກະແສຟອງແນວຄິດເສດຖະກິດ ຢູ່ ເຢຍລະມັນ ໄດ້ຊ່ວຍເພີ່ມທະວີການເຄື່ອນໄຫວຄົ້ນຄວ້າທິດສະດີ, ຕິດພັນກັບການສະຫຼຸບພຶດຕິກຳຕົວຈິງ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະເທດເຢຍລະມັນ ຫຼາຍກວ່າອີກ, ຜ່ານນັ້ນຊ່ວຍຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ.


ຕອບກັບ

ຂ່າວ/ບົດ​ອື່ນ