ຫວຽດນາມ ແບ່ງປັນ ທັດສະນະກ່ຽວກັບສາຍກ່ຽວພັນລະຫວ່າງສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາ

ຫວຽດນາມ ແບ່ງປັນ ທັດສະນະກ່ຽວກັບສາຍກ່ຽວພັນລະຫວ່າງສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາ - ảnh 1
ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟື້ອງ​ງາ
(ພາບ: TTXVN)


(vovworld) – ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຫາ​ກໍ່​ຈັດ​ກອງ​ປະຊຸມປຶກສາ​ຫາລື​ເປີດກ່ຽວ​ກັບ​ຫົວ​ຂໍ​ພັດທະນາ​ຮອບດ້ານ ​ເພື່ອ​ແນ​ໃສ່ຮັບປະກັນ​ສັນຕິພາບ, ຄວາມໝັ້ນຄົງ​ສາກົນ. ທີ່​ກອງ​ປະຊຸມ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟື້ອງ​ງາ, ຫົວ​ໜ້າ​ຄະນະ​ຜູ້​ຕາງໜ້າຫວຽດນາມ ປະຈຳສະຫະ​ປະຊາ​ຊາດ ຢືນຢັນ​ວ່າ ຫວຽດນາມ ​ໄດ້​ແບ່ງປັນ​ທັດ​ສະ​ທະ​ຂອງ​ຫຼາຍ​ປະ​ເທດ​ກ່ຽວ​ກັບ​ສາຍ​ກ່ຽວ​ພັນ​ທີ່​ສະໜິດ​ແໜ້ນ​ລະຫວ່າງ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ພັ​ດທະນາ, ​ໃນ​ນັ້ນ​ການ​ຮັກສາ​ສັນຕິພາບ​​ແມ່ນ​ປັດ​ໄຈ​ໝັ້ນຄົງ​ໃຫ້ການ​ພັດທະນາ​ແບບຍື່ນຍົງ. ​​ເລື່ອງ​ຮັບຮອງ ​ແລະ ຍາມ​ໃດ​ກໍ່​ຄິດ​ໄລ່​ເຖິງ​ຄວາມ​ຕ້ອງການ, ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ສົນ​ໃຈ​ຂອງ​ທຸກ​ກຸ່ມ, ທຸກພາກສ່ວນ​ໃນ​ສັງຄົມຈະ​ຊ່ວຍ​ສະກັດ​ກັ້ນ​ການ​ປະ​ທະ​ກັນ ​ແລະ ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບໃນສັງຄົມ. ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຢືນຢັນ​ວ່າ, ລັດ​ຫວຽດນາມ ​ເຄົາລົບ ​ແລະ ປະຕິບັດ​ຫຼັກການ​ສະ​ເໝີ​ພາບ, ບໍ່​ຈຳ​ແນກການປະພຶດ, ​ໄກ່​​ເກ່ຍ, ອະນຸ​ໂລມ, ​ເອົາ​ໃຈ​ໃສ່​ເຖິງ​ການກໍ່​ສ້າງຜັນຂະຫຍາຍບັນດາຍຸດທະສາດ ​ແລະ ນະ​ໂຍບາຍພັດທະ​ນາ​ແຫ່ງ​ຊາດ​ຢ່າງຮອບດ້ານ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄົນ​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ​ແມ່ຍິງ ​ແລະ ​ເດັກນ້ອຍ. ຍ້ອນ​ເຫດ​ນັ້ນ, ຫວຽດນາມ ບັນ​ລຸ​ໄດ້ຜົນ​ສຳ​ເລັດ​ໃນ​ການ​ລົບ​ລ້າງ​ຄວາມອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັກສາ​ສະຖຽນລະພາບ ​ແລະ ສືບ​ຕໍ່​ພັດທະນາ.

ຂ່າວ/ບົດ​ອື່ນ