ຫວຽດນາມ ແມ່ນຈຸດນັດພົບ ຫາກໍ່ພົ້ນເດັ່ນຂຶ້ນ

  ສະຫະ​ສະມາຄົມ​ບັນດາ​ນັກ​ບໍລິຫານ​ການທ່ອງທ່ຽວ ອາ​ເມ​ລິ​ກາ ( ຫລື USTOA) ຫາ​ກໍ​ຍົກ​ອອກ​ແຈ້ງ​ການ​ຫນັງສືພິມ​ກ່ຽວ​ກັບ​ໝາກຜົນ​ການ​ສຳ​ຫລວດ​ທ່າ​ອ່ຽງການທ່ອງທ່ຽວ​ໃນ​ປີ 2012 ​ໂດຍ​ອີງ​ໃສ່​ໝາກຜົນ​ແຫ່ງ​ການ​ສຳ​ຫລວດ​ລູກ​ຄ້າ​ທີ່ມີ​ອາຍຸ​ແຕ່ 46 - 65 ປີ ຊຶ່ງ​ແມ່ນ​ໝວດ​ກວມ 60% ຈຳນວນ​ລູກ​ຄ້າ​ຂອງ​ຕະຫລາດ​ການທ່ອງທ່ຽວ​ອາ​ເມ​ລິ​ກາ. ຕາມ​ໝາກຜົນ​ນີ້, ມີ 37% ຈຳນວນນັກ​ທ່ອງ​ທ່ຽວ​ໄດ້​ເລືອກ​ເຟັ້ນ​ເອີ​ລົບ​ແມ່ນ​ສະຖານ​ທີ່​​ເພື່ອໄປ​ທ່ອງ​ທ່ຽວ, ​ໃນ​ນັ້ນ ອີ​ຕາ​ລີ ​ແລະ ຝລັ່ງ​ແມ່ນ​ສະຖານ​ທີ່ທ່ອງ​ທ່ຽວ​ດີກ​ວ່າ​ໝູ່.​ 20% ຈຳນວນນັກ​ທ່ອງ​ທ່ຽວ​ໄດ້​ເລືອກ​ເຟັ້ນບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້. ໝາກຜົນ​ການ​ສຳ​ຫລວດ​ກໍ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ​ຈຸດ​ນັດ​ພົບ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ ​ແລະ ນຳ​ຫນ້າ​ໃນ​ບັນຊີ​ລາຍ​ຊື່​​ ຊຶ່ງ​ນັກ​ທ່ອງ​ທ່ຽວ​ສາກົນ​ໄດ້​ເລືອກ​ເຟັ້ນ​ໃນ​ປີ 2012 ຖັດມາ​ແມ່ນ​ອິນ​​ເດຍ, Ecuador ​ແລະ ຈີນ. ຄຸ້ມ​ເມືອງ​ເກົ່າ ​ໂຮ້ຍອານ ​ແລະ ນະຄອນຫລວງ ຮ່າ​ໂນ້ຍ ​ແມ່ນ​ນອນ​ໃນ​ຈຳນວນ​ສະຖາ​ນທີ່​ທ່ອງ​ທ່ຽວ 10 ​ແຫ່ງ​ທີ່​ດູດ​ດື່ມ​ກວ່າ​ໝູ່​ຢູ່​ອາຊີ ​ໃນປີ 2011 ​ແລະ ສືບ​ຕໍ່​ແມ່ນ​ສະຖານ​ທີ່​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຈາກ​ນັກ​ທ່ອງ​ທ່ຽວ​ສາກົນ​ໃນ​ປີ 2012./.

ຕອບກັບ

ຂ່າວ/ບົດ​ອື່ນ