ຫວຽດນາມ ແມ່ນຈຸດສຸມໃນນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງ ອິນເດຍ

(VOVWORLD) - ກ່ຽວກັບຝ່າຍ ຫວຽດນາມ, ອິນເດຍ ເຫັນວ່າມີຄວາມສາມາດບົ່ມຊ້ອນໃຫຍ່ຫຼາຍຢ່າງສຳລັບການພົວພັນສອງປະເທດ, ພິເສດແມ່ນນັບແຕ່ເມື່ອຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຫວຽດນາມ ແລະ ອິນເດຍ ສູ້ຊົນເຖິງປີ 2020, ວົງເງິນການຄ້າຈະບັນລຸ 15 ຕື້ USD.
ຫວຽດນາມ ແມ່ນຈຸດສຸມໃນນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງ ອິນເດຍ - ảnh 1 ທ່ານ Parvathaneni Harish ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ

ເມື່ອຕອບສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດທ່ານ ຫງວຽນຊວນຟຸ໋ກ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ - ອິນເດຍ ແລະ ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາທາລະນະລັດ ອິນເດຍ ຄົບຮອບ 69 ປີແຕ່ວັນທີ 24 – 26 ມັງກອນ 2018 ຢູ່ ນິວແດນລີ, ທ່ານ Parvathaneni Harish ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ ໄດ້ເນັ້ນໜັກວ່າ: ຫວຽດນາມ ແມ່ນຈຸດສຸມໃນນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງ ອິນເດຍ. ຫວຽດນາມ ດ້ວຍຖານະບົດບາດແມ່ນປະເທດປະສານງານການພົວພັນ ອິນເດຍ - ອາຊຽນ ແຕ່ເດືອນສິງຫາ 2015 (ເຖິງປີ 2018) ໄດ້ຊ່ວຍໃຫ້ການພົວພັນສອງປະເທດແໜ້ນແຟ້ນກວ່າອີກ.

        ທ່ານ ເອກອັກຄະລັດຖະທູດ Parvathaneni Harish ໃຫ້ຮູ້ວ່າ: ກ່ຽວກັບຝ່າຍ ຫວຽດນາມ, ອິນເດຍ ເຫັນວ່າມີຄວາມສາມາດບົ່ມຊ້ອນໃຫຍ່ຫຼາຍຢ່າງສຳລັບການພົວພັນສອງປະເທດ, ພິເສດແມ່ນນັບແຕ່ເມື່ອຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຫວຽດນາມ ແລະ ອິນເດຍ ສູ້ຊົນເຖິງປີ 2020, ວົງເງິນການຄ້າຈະບັນລຸ 15 ຕື້ USD.

        ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ແມ່ນແຂກຖືກເຊີນຢ່າງເປັນທາງການເພື່ອເຂົ້າຮ່ວມວັນສ້າງຕັ້ງສາທາລະນະລັດ ອິນເດຍ ພ້ອມກັບປະມຸກລັດບັນດາປະເທດສະມາຊິກ ອາຊຽນ 9 ທ່ານ ເພື່ອສະເຫຼີມສະຫຼອງການພົວພັນຄູ່ເຈລະຈາ ອາຊຽນ - ອິນເດຍ ຄົບຮອບ 25 ປີ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ - ອິນເດຍ ໃນວັນທີ 25 ມັງກອນ 2018. ຄາດຄະເນວ່າ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຈະມີການພົບປະເຈລະຈາຂັ້ນສູງກັບທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ. ສອງຝ່າຍຄາດວ່າລົງນາມສັນຍາ, ບົດບັນທຶກຊ່ວຍຈຳບາງສະບັບກ່ຽວກັບການຮ່ວມມືສອງຝ່າຍໃນບັນດາຂົງເຂດຈຸດສຸມ.

ຕອບກັບ

ຂ່າວ/ບົດ​ອື່ນ