ຫວຽດນາມ ແລະ Sierra Leone ເພີ່ມທະວີການຮ່ວມມືນຳກັນ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ພັນລະຍາ, ທ່ານ Julius Maada Bio ປະທານາທິບໍດີ ສາທາລະນະລັດ Sierra Leone ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 14 ຫາວັນທີ 20 ມີນາ.
ຫວຽດນາມ ແລະ Sierra Leone ເພີ່ມທະວີການຮ່ວມມືນຳກັນ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ  ທ່ານ Julius Maada Bio ປະທານາທິບໍດີ Sierra Leone ຍ່າງກວດກອງກຽດຕິຍົດ

    ຕອນບ່າຍວັນທີ 15 ມີນາ, ທີ່ການພົບປະເຈລະຈາ ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານ ປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານ ປະທານາທິບໍດີ ສາທາລະນະລັດ Sierra Leone  ໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບຢ່າງສູງ ບັນດາທິດທາງຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

     ກ່ຽວກັບດ້ານການເມືອງ - ການຕ່າງປະເທດ, 2 ຝ່າຍໄດ້ເຫັນດີສືບຕໍ່ຮັກສາການຢ້ຽມຢາມ ແລະ ການພົບປະຂັ້ນສູງ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ເພີ່ມທະວີການປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນອົງການສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ ພ້ອມທັງ ສະໜັບສະໜູນການຜັນຂະຫຍາຍການຮ່ວມມືໃນລະດັບພາກພື້ນອາຟຼິກາ ໂດຍຜ່ານສະຫະພາບອາຟຼິກາ. 2 ຝ່າຍເຫັນດີນຳໃຊ້ຢ່າງສຸດຂີດຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງ 2 ພື້ນຖານເສດຖະກິດ; ໃຫ້ຄຳໝັ້ນສັນຍາຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງເຂັ້ມງວດ ເພື່ອຍູ້ແຮງການຮ່ວມມືດ້ານການຄ້າ, ໃນນັ້ນມີການຄ້າຂາຍເຂົ້າສານ; ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດຊອກຫາກາລະໂອກາດຮ່ວມມື ດຳເນີນທຸລະກິດ ແລະ ການລົງທຶນ… ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານ Julius Maada Bio ປະທານາທິບໍດີ ສາທາລະນະລັດ Sierra Leone ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 3 ສະບັບລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດໃນຂົງເຂດການທູດ, ກະສິກຳ ແລະ ສິນໃນນ້ຳ, ສ້າງພື້ນຖານແກ່ການພົວພັນຮ່ວມມືລະຫວ່າງຫວຽດນາມ. - Sierra Leone.

  ຕອນບ່າຍວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມີການພົບປະກັບທ່ານປະທານາທິບໍດີ Sierra Leone

ຕອບກັບ

ຂ່າວ/ບົດ​ອື່ນ