ຫວຽດນາມ ແລະ ກາຕາ ຍົກສູງປະສິດທິຜົນການຮ່ວມມືເສດຖະກິດ

(VOVWORLD) - ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຕັ້ງໜ້າໃນການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ກາຕາ ໃນໄລຍະຜ່ານມາ, ພິເສດແມ່ນກ່ຽວກັບການເມືອງ - ການຕ່າງປະເທດ, ເສດຖະກິດ...
ຫວຽດນາມ ແລະ ກາຕາ ຍົກສູງປະສິດທິຜົນການຮ່ວມມືເສດຖະກິດ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ
(ພາບ:baoquocte.vn)

ໃນລະຫວ່າງວັນທີ 4 ແລະ 5 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ໄດ້ໄປຢ້ຽມຢາມ ກາຕາ ແລະ ເປັນປະທານຮ່ວມກອງປະຊຸມປືກສາການເມືອງຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ກາຕາ ຄັ້ງທີ 2 ກັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ກາຕາ Soltan bin Saad Al- Muraikhi.

        ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຕັ້ງໜ້າໃນການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ກາຕາ ໃນໄລຍະຜ່ານມາ, ພິເສດແມ່ນກ່ຽວກັບການເມືອງ - ການຕ່າງປະເທດ, ເສດຖະກິດ, ພະລັງງານ ແລະ ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາ ແລະ ນະໂຍບາຍເສດຖະກິດສັງຄົມຢູ່ແຕ່ລະປະເທດ. ທີ່ການຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກາຕາ Sheikh Mohammed bin Abdulrahman Al – Thani ໄດ້ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບການຮ່ວມມືກັບ ຫວຽດນາມ; ປາດຖະໜາຢາກຢ້ຽມຢາມ ຫວຽດນາມ ໃນໄວໆນີ້ ເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດຢ່າງມີປະສິດທິຜົນ, ແທດຈິງລະຫວ່າງສອງປະເທດກ່ວາອີກ.

        ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຍົກສູງເພື່ອປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງກ່ວາອີກຄື: ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຈັດຕັ້ງກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານຄັ້ງທີ 3 ໂດຍໄວ ເພື່ອກວດກາ ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.

        ໃນຂອບເຂດການຢ້ຽມຢາມ, ທ່ານຮອງລັດຖະມົນຕີ ຟ້າມກວາງຮ້ຽວ ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ໂດຮາ ແລະ ພົບປະໂອ້ລົມກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມຮ່ຳຮຽນ, ດຳລົງຊີວິດ ແລະ ທຳມາຫາກິນຢູ່ ກາຕາ.

ຕອບກັບ

ຂ່າວ/ບົດ​ອື່ນ