ຫວຽດນາມ ແລະ ຈີນ ສ້າງຕັ້ງ “”ແລວ logistics ຄຳ”

(VOVWORLD) - ຫວຽດນາມ ແລະ ຈີນ ພວມເພີ່ມທະວີການຮ່ວມມືເຊື່ອມຕໍ່ການຂົນສົ່ງທາງລົດໄຟລະຫວ່າງປະເທດຕ່າງໆຢູ່ໂລກ.
ຫວຽດນາມ ແລະ ຈີນ ສ້າງຕັ້ງ “”ແລວ logistics ຄຳ” - ảnh 1 (ພາບປະກອບ/TTXVN)

ຂະແໜງທາງລົດໄຟສອງປະເທດພວມມານະພະຍາຍາມ, ສູ້ຊົນຊຸກຍູ້ປະຕິບັດການເຊື່ອມຕໍ່ບັນດາຂະບວນລົດໄຟຕູ້ສິນຄ້າ (container) ຈາກ ຫວຽດນາມສົ່ງຕໍ່, ຜ່ານຈີນ ໄປເຖິງປະເທດທີ 3 ແລະ ກົງກັນຂ້າມໂດຍໄວ. ສຳລັບຂະບວນລົດໄຟສະເພາະສາຍ ຈີນ - ເອີລົບ, ກົມທາງລົດໄຟ ນາມນີງໃຫ້ຮູ້ວ່າ ທີ່ກອງປະຊຸມທາງລົດໄຟເຂດຊາຍແດນ ຈີນ - ຫວຽດນາມ ຄັ້ງທີ 41 ທີ່ດຳເນີນໃນເດືອນ ທັນວາ ຜ່ານມາ, ເລື່ອງເຊື່ອມຕໍ່ຂະບວນຕູ້ສິນຄ້າສະເພາະສາຍຂ້າມຊາຍແດນ ນາມນີງ - ຮ່າໂນ້ຍ ໄດ້ນຳເຂົ້າເນື້ອໃນອະນຸສັນຍາສະບັບໃໝ່. ກົມທາງລົດໄຟ ນາມນີງ ຊີ້ແຈ້ງວ່າ ພາຍໃນເວລາພຽງ 20 ວັນ ນັບແຕ່ໄດ້ຮັບການເຊື່ອມຕໍ່, ຂະບວນລົດໄຟຕູ້ສິນຄ້າສະເພາະສາຍ ຈີນ - ເອີລົບ ໄດ້ດຳເນີນການຂົນສົ່ງສິນຄ້າ 4 ຖ້ຽວຈາກນະຄອນຫຼວງ ຮ່າໂນ້ຍ ເຖິງ ຜິງສຽງ. ຜ່ານນັ້ນສາມາດເຫັນໄດ້ວ່າ, ຈີນ ແລະ ຫວຽດນາມ ພວມສ້າງເປັນ “ແລວຄຳກ່ຽວກັບ logistics” ລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ