ຫວຽດນາມ ແລະ ຍີ່ປຸ່ນ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ

(VOVWORLD) - ການເຕີບໂຕແບບຍືນຍົງຂອງ ຫວຽດນາມ ສວມບົດບາດສຳຄັນເຂົ້າໃນສັນຕິພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນແມ່ຂອງ. ຍີ່ປຸ່ນ ສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອບັນລຸໄດ້ຄາດໝາຍການເຕີບໂຕແບບຍືນຍົງ.

ເວລາ 9 ໂມງເຊົ້າວັນທີ 08 ຕຸລາ ຕາມເວລາ ຫວຽດນາມ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການ ທີ່ມາເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ໄດ້ດຳເນີນຢ່າງສົມກຽດຢູ່ສຳນັກງານນາຍົກລັດຖະມົນຕີ ຍີ່ປຸ່ນ, ນະຄອນຫລວງ ໂຕກຽວ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ພາຍຫລັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ດຳເນີນການເຈລະຈາ.

ຫວຽດນາມ ແລະ ຍີ່ປຸ່ນ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ - ảnh 1 ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການ (ພາບ: VGP)

       ທີ່ການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບບັນດາມາດຕະການເພື່ອນຳການພົວພັນຄູ່ຮວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮອບດ້ານ ແລະ ແທດຈິງກ່ວາ.

       ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການນຳ 2 ທ່ານໄດ້ເຫັນດີເປັນເອກະສັນສືບຕໍ່ຊຸກຍູ້ການຮ່ວມສຳພັນເສດຖະກິດລະຫວ່າງ 2 ປະເທດຕາມຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດອຸດສາຫະກຳໜູນຊ່ວຍ, ພະລັງງານ, ກະສິກຳ...

       ກ່ຽວກັບບັນຫາພາກພື້ນ ແລະ  ສາກົນ, ນາຍົກລັດຖະມົນຕີ 2 ທ່ານໄດ້ຢັ້ງຢືນຄວາມຕັດສິນພ້ອມກັນຊຸກຍູ້ເພື່ອໃຫ້ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ມີຜົນສັກສິດ, ໄດ້ຮັບການປະຕິບັດໂດຍໄວ, ຊຸກຍູ້ບັນດາວິວັດທະນາການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP); ສະໜັບສະໜູນຄວາມມານະພະຍາຍາມຂອງບັນດາຝ່າຍ ແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ສ້າງແຫຼມເກົາຫຼີ ປອດນິວເຄຼຍ.

ຫວຽດນາມ ແລະ ຍີ່ປຸ່ນ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ - ảnh 2ທີ່ການເຈລະຈາ (ພາບ: VGP)

       ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ຢືນຢັນຄວາມສຳຄັນຂອງເລື່ອງຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການບິນ, ການເດີນເຮືອຢູ່ທະເລຕາເວັນອອກ; ແກ້ໄຂທຸກການຂັດແຍ້ງ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະຕິບັດຖະແຫຼງການຮ່ວມກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ປັບປຸງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ, ມີປະສິດທິຜົນ ແລະ ມີຜົນສັກສິດທາງດ້ານນິຕິກຳໂດຍໄວ.

ຫວຽດນາມ ແລະ ຍີ່ປຸ່ນ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ - ảnh 3ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື (ພາບ: VGP)

       ພາຍຫລັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 9 ສະບັບ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ອົງການຈັດຕັ້ງ 2 ປະເທດ …ຫລັງຈາກນັ້ນ, ນາຍົກລັດຖະມົນຕີ 2 ທ່ານໄດ້ອອກແຈ້ງຂ່າວເຖິງສື່ມວນຊົນ ຍີ່ປຸ່ນ, ຫວຽດນາມ ແລະ ສາກົນ ກ່ຽວກັບໝາກຜົນຕັ້ງໜ້າຂອງການເຈລະຈາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

       2 ຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືກ່ຽວກັບຜົນສຳເລັດຂອງກອງປະຊຸມສຸດຍອດ ແມ່ຂອງ - ຍີ່ປຸ່ນ ແລະ ຊຸກຍູ້ການພົວພັນ ອາຊຽນ - ຍີ່ປຸ່ນ ໃນສະພາບການ ຫວຽດນາມ ຮັກສາບົດບາດເປັນປະທານປະສານງານການພົວພັນ ອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021. ຫວຽດນາມ ໄດ້ຮັບຮອງເອົາສັນຍາ CPTPP ແລະ 2 ປະເທດ ຫວຽດນາມ ແລະ ຍີ່ປຸ່ນ ຊຸກຍູ້ RCEP. ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມ, ຂໍ້ລິເລີ່ມຂອງ ຍີ່ປຸ່ນ ແນໃສ່ຮັບປະກັນຄວາມວັດທະນາຖາວອນກ່ຽວກັບດ້ານເສດຖະກິດ, ຄວາມເສລີກ່ຽວກັບດ້ານການຄ້າ ແລະ ຄວາມໝັ້ນຄົງໃນການເດີນທະເລຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ບົນພື້ນຖານກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.

ຫວຽດນາມ ແລະ ຍີ່ປຸ່ນ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ - ảnh 4ນາຍົກລັດຖະມົນຕີ 2 ທ່ານໄດ້ອອກແຈ້ງຂ່າວເຖິງສື່ມວນຊົນ ຍີ່ປຸ່ນ, ຫວຽດນາມ ແລະ ສາກົນ (ພາບ: VGP)

       ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ເນັ້ນໜັກວ່າ ການເຕີບໂຕແບບຍືນຍົງຂອງ ຫວຽດນາມ ສວມບົດບາດສຳຄັນເຂົ້າໃນສັນຕິພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນແມ່ຂອງ. ຍີ່ປຸ່ນ ສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອບັນລຸໄດ້ຄາດໝາຍການເຕີບໂຕແບບຍືນຍົງ.

      ເນື່ອງໃນໂອກາດຢ້ຽມຢາມ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມແມ່ຂອງ - ຍີ່ປຸ່ນ ຄັ້ງທີ 10, ຕອນບ່າຍວັນທີ 08 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍການເຄື່ອນໄຫວຂອງສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ຫວຽດນາມ ແລະ ຍີ່ປຸ່ນ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ - ảnh 5 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ 

ຢູ່ນອກກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ຄັ້ງທີ 10 ແລະ ການຢ້ຽມຢາມ ຍີ່ປຸ່ນ, ວັນທີ 08 ຕຸລາ, ທີ່ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບວິສາຫະກິດ ຍີ່ປຸ່ນ ບາງແຫ່ງ, ໃນນັ້ນ ມີການນຳກຸ່ມບໍລິສັດ ANA, ປະທານຝ່າຍບໍລິຫານກຸ່ມບໍລິສັດ AEON, ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານບໍລິສັດ Mitsui. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຫວຽດນາມ ຕີລາຄາສູງບົດບາດສຳຄັນຂອງບັນດາວິສາຫະກິດ ຍີ່ປຸ່ນ ໃນການຊຸກຍູ້ສາຍພົວພັນລະຫວ່າງ 2 ປະເທດ; ຂອບໃຈການຮ່ວມເດີນທາງ ແລະ ການປະກອບສ່ວນຢ່າງແທດຈິງຂອງບັນດາວິສາຫະກິດເຂົ້າໃນການພັດທະນາຂອງ ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ