ຫວຽດນາມ ແລະ ຝລັ່ງ ເພີ່ມທະວີການຮ່ວມມືແບບບໍ່ລວມສູນ

(VOVWORLD) - ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະ ຝລັ່ງ ຈະແມ່ນໜຶ່ງໃນບັນດາເສົາຄ້ຳ ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ນີ້ແມ່ນການໃຫ້ຂໍ້ສັງເກດລວມຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບ “ເພີ່ມທະວີການຮ່ວມມືລະຫວ່າງທ້ອງຖິ່ນຂອງຫວຽດນາມ - ຝລັ່ງ”, ເຊິ່ງດໍາເນີນໃນວັນທີ 25 ມິຖຸນາ ຢູ່ Paris, ປະເທດຝລັ່ງ. ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງ 4 ແຂວງ ແລະ ນະຄອນຫວຽດນາມ ຄື ຮ່າໂນ້ຍ, ເກີນເທີ, ຟູ໋ອຽນ ແລະ ກວາງງ໊າຍ, ກໍຄືບັນດານະຄອນ ແລະ ບັນດາອົງການຂອງຝລັ່ງ ໄດ້ສ້າງຕັ້ງການພົວພັນຮ່ວມມື ກັບບັນດາທ້ອງຖິ່ນຂອງຫວຽດນາມ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ Christophe Katsahian, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງການຕ່າງປະເທດຝລັ່ງ, ໃຫ້ຮູ້ວ່າ ໜຶ່ງໃນບັນດາບຸລິມະສິດຂອງຝລັ່ງ ແມ່ນຜັນຂະຫຍາຍບັນດາໂຄງການຮ່ວມມືສາກົນທີ່ໃກ້ກັບປະຊາຊົນທີ່ສຸດ. ຕົວຈິງໄດ້ພິສູດໃຫ້ເຫັນວ່າ ບັນດາທ້ອງຖິ່ນຂອງຫວຽດນາມ ແລະ ຝລັ່ງມີຄວາມສາມາດໃນການໜູນຊ່ວຍເຊິ່ງກັນແລະກັນ ເພື່ອພ້ອມກັນພັດທະນາ, ໂດຍຜ່ານບັນດາໂຄງການໄດ້ຮັບການຜັນຂະຫຍາຍ ແລະເຄື່ອນໄຫວຢ່າງມີປະສິດທິຜົນ. ດັ່ງນັ້ນ, ນັບມື້ນັບມີຫຼາຍທ້ອງຖິ່ນຂອງຝລັ່ງຊອກຫາໂອກາດຮ່ວມມືກັບຫວຽດນາມ. ປັດຈຸບັນ, ຝລັ່ງມີປະມານ 20 ທ້ອງຖິ່ນ ໄດ້ເຂົ້າຮ່ວມບັນດາໂຄງການຮ່ວມມືພັດທະນາກັບບັນດາແຂວງ, ນະຄອນຂອງຫວຽດນາມ. ຮູບການ ການຮ່ວມມືດັ່ງກ່າວ ໄດ້ນຳມາເຊິ່ງຄຸນຄ່າອັນໃຫຍ່ຫຼວງໃຫ້ບັນດາການເຄື່ອນໄຫວຂອງຝລັ່ງຢູ່ຫວຽດນາມ ໂດຍຜ່ານການເຂົ້າຮ່ວມການພັດທະນາເສດຖະກິດສັງຄົມ ກໍຄືປັບປຸງຄວາມສາມາດຕ່າງໆໃນດ້ານລະບອບລະບຽບການຂອງບັນດາສິ່ງກໍ່ໃຫ້ເກີດຢູ່ທ້ອງຖິ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ