ຫວຽດນາມ ແລະ ມາເລເຊຍ ຊຸກຍູ້ການຮ່ວມມືໃນທຸກຂົງເຂດ

(VOVWORLD) -ການນຳ 2 ທ່ານໄດ້ຢືນຢັນຄວາມຕັດສິນໃຈ ແລະ ເຫັນດີນຳກັນກ່ຽວກັບທິດທາງຊຸກຍູ້ການຮ່ວມມືໃນທຸກຂົງເຂດ ເພື່ອພ້ອມກັນຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ພາຍຫຼັງໂລກລະບາດໂຄວິດ-19
ຫວຽດນາມ ແລະ ມາເລເຊຍ ຊຸກຍູ້ການຮ່ວມມືໃນທຸກຂົງເຂດ - ảnh 1(ການເຈລະຈາລະຫວ່າງ 2 ຝ່າຍ)

ຕອນເຊົ້າວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail Sabri bin Yaakob ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 20 ມີນາ - 22 ມີນາ 2022.

        ທີ່ການເຈລະຈາ, ການນຳ 2 ທ່ານໄດ້ຢືນຢັນຄວາມຕັດສິນໃຈ ແລະ ເຫັນດີນຳກັນກ່ຽວກັບທິດທາງຊຸກຍູ້ການຮ່ວມມືໃນທຸກຂົງເຂດ ເພື່ອພ້ອມກັນຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ພາຍຫຼັງໂລກລະບາດໂຄວິດ-19; ການນຳ 2 ທ່ານເຫັນດີສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 18 ຕື້ USD ຫຼື ສູງກວ່າອີກໃນປີ 2025 ໂດຍໄວ; ເພີ່ມທະວີການຮ່ວມມື, ແລກປ່ຽນຄ້າຂາຍບັນດາປະເພດສິນຄ້າເຊິ່ງ 2 ປະເທດມີທ່າແຮງຄື: ຜະລິດຕະພັນກະເສດ, ສິນໃນນ້ຳ, ອຸດສາຫະກຳສະບຽງອາຫານ, ຜະລິດຕະພັນເຄື່ອງອາໄຫຼ່ເອເລັກໂຕນິກ… ແລະ ບັນດາຂົງເຂດສຳຄັນອື່ນຄື: ແຮງງານ, ການສຶກສາ, ວັດທະນະທຳ, ກິລາ, ທ່ອງທ່ຽວ.

        ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມື 4 ສະບັບ ເພື່ອແນໃສ່ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ມາເລເຊຍ ໃຫ້ດີຍິ່ງຂຶ້ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ