ຫວຽດນາມ ແລະ ມຽນມາສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ1 ຕື້ USD

(VOVWORLD) -ວັນທີ 12 ມີນາ ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແລະ ທ່ານ U Kyaw Tin ລັດຖະມົນຕີກະຊວງຮ່ວມມືສາກົນ ມຽນມາ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 9 ຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ມຽນມາ. 

ຫວຽດນາມ ແລະ ມຽນມາສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ1 ຕື້ USD - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ພາບ:vietnam+

ທີ່ກອງປະຊຸມ, ສອງຝ່າຍເຫັນດີ ສ້າງກົນໄກເຈລະຈານະໂຍບາຍປ້ອງກັນຊາດໃນປີ 2019 ໂດຍໄວ, ເພີ່ມທະວີການຮ່ວມມືປ້ອງກັນ ຕ້ານອາດຊະຍາກຳຂ້າມຊາດ, ເຈລະຈາກ້າວໄປເຖິງການລົງນາມໃນຂໍ້ຕົກລົງກ່ຽວກັບການຫນູນຊ່ວຍເຊິ່ງກັນ ແລະກັນ ທາງອາຍາໂດຍໄວ, ຮ່ວມມືກັນແກ້ໄຂບັນດາບັນຫາອາດຊະກຳແບບໃຫມ່ ພິເສດ ແມ່ນການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ຄວາມປອດໄພສິ່ງແວດລ້ອມ, ແຫລ່ງນ້ຳ. ສອງຝ່າຍມີຄວາມເຊື່ອໝັ້ນວ່າ ຈະບັນລຸຄາດໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 1 ຕື້ USD ໃນໄລຍະໄວທີ່ສຸດ.

ສອງຝ່າຍເຫັນດີຮັກສາ ແລະຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ ຢູ່ ທະເລຕາເວັນອອກ, ເຄົາລົບບັນດາຂໍ້ກຳນົດຂອງກົດໝາຍສາກົນ. ແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີ, ປອດການທະຫານ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ສອງຝ່າຍ ແລກປ່ຽນ ຢ່າງເລິກເຊິ່ງ ແລະ ເຫັນດີ ຈະສືບຕໍ່ສົມທົບກັນ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

ສິ້ນສຸດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແລະ ທ່ານ U Kyaw Tin ລັດຖະມົນຕີກະຊວງຮ່ວມມືສາກົນ ມຽນມາ   ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງ ແລະ ເຫັນດີຈະຈັດຕັ້ງກອງປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍຄັ້ງທີ 10  ຢູ່ ມຽນມາໃນປີ 2021.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບລັດຖະມົນຕີກະຊວງຮ່ວມມືສາກົນ ມຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ