ຫວຽດນາມ ແລະ ລາວ ໃຫ້ຄຳໝັນສັນຍາເຮັດໃຫ້ການພົວພັນດ້ານປ້ອງກັນຊາດເລິກເຊິ່ງ

(VOVWORLD) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ແລະ ເຂົ້າຮ່ວມພິເສດເປີດສະຫຼອງອະນຸສາວະລີໄຊຊະນະ - ໄຊຊະນະ ຢູ່ ກຳປູເຈຍ,
ຫວຽດນາມ ແລະ ລາວ ໃຫ້ຄຳໝັນສັນຍາເຮັດໃຫ້ການພົວພັນດ້ານປ້ອງກັນຊາດເລິກເຊິ່ງ - ảnh 1 ຫວຽດນາມ ແລະ ລາວ ໃຫ້ຄຳໝັນສັນຍາເຮັດໃຫ້ການພົວພັນດ້ານປ້ອງກັນຊາດເລິກເຊິ່ງ

ວັນທີ 28 ທັນວາ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະເຈລະຈາກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

        ທີ່ການພົບປະ, ທ່ານລັດຖະມົນຕີ ໂງຊວນລິກ ແລະ ທ່ານລັດຖະມົນຕີ ຈັນສະໝອນ ຈັນຍາລາດ ຢັ້ງຢືນວ່າ ຍາມໃດການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ລາວ ໄດ້ກຳນົດວ່າແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນລະຫວ່າງ 2 ປະເທດ. 2 ຝ່າຍໄດ້ເຫັນດີເປັນເອກະພາບໃນປີ 2019 ວ່າ, ກອງທັບ 2 ປະເທດຄວນສືບຕໍ່ເພີ່ມທະວີຮ່ວມມືໃນການຄຸ້ມຄອງ, ການປ້ອງກັນຊາຍແດນ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການຮ່ວມມື, ພົວພັນແລກປ່ຽນ, ແຮກສ່ຽວລະຫວ່າງບັນດາທ້ອງຖິ່ນ ແລະ ກົມກອງຢູ່ຕິດກັບຊາຍແດນ; ສືບຕໍ່ຊຸກຍູ້ການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

        ພາຍຫລັງກອງປະຊຸມເຈລະຈາ, ທ່ານລັດຖະມົນຕີ ໂງຊວນລິກ ແລະ ທ່ານລັດຖະມົນຕີ ຈັນສະໝອນ ຈັນຍາລາດ ໄດ້ລົງນາມໃນແຜນການຮ່ວມມືໃນປີ 2019 ລະຫວ່າງ 2 ກະຊວງປ້ອງກັນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ