ຫວຽດ​ນາມ ແລະ ສາ​ທາ​ລະ​ນະ​ລັດ ໂອ​ຕາ​ລິດ ມຸ່ງ​ໄປ​ເຖິງ​ການ​ຮ່ວມມ​ື​ກ່ຽວ​ກັບ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ ແລ​ະ ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະທານລັດຖະສະພາສາກົນ ຄັ້ງທີ 5 (WCSP5) ຢູ່ ສາທາລະນະລັດ ໂອຕາລິດ, ຕອນບ່າຍວັນທີ 07 ກັນຍາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ມີການເຮັດວຽກກັບທ່ານ Magnus Brunner, ລັດຖະມົນຕີກະຊວງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ, ປະດິດຄິດສ້າງ ແລະ ເຕັກໂນໂລຢີ ໂອຕາລິດ.
ຫວຽດ​ນາມ ແລະ ສາ​ທາ​ລະ​ນະ​ລັດ ໂອ​ຕາ​ລິດ ມຸ່ງ​ໄປ​ເຖິງ​ການ​ຮ່ວມມ​ື​ກ່ຽວ​ກັບ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ ແລ​ະ ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານ Magnus Brunner, ລັດຖະມົນຕີກະຊວງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ, ປະດິດຄິດສ້າງ ແລະ ເຕັກໂນໂລຢີ ໂອຕາລິດ (ພາບ: TTXVN)

ໃນລາຍການເຄື່ອນໄຫວຢູ່ ເອີຣົບ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະທານລັດຖະສະພາສາກົນ ຄັ້ງທີ 5 (WCSP5) ຢູ່ ສາທາລະນະລັດ ໂອຕາລິດ, ຕອນບ່າຍວັນທີ 07 ກັນຍາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ມີການເຮັດວຽກກັບທ່ານ Magnus Brunner, ລັດຖະມົນຕີກະຊວງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ, ປະດິດຄິດສ້າງ ແລະ ເຕັກໂນໂລຢີ ໂອຕາລິດ.

        ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ສະແດງຄວາມປາດຖະໜາຕໍ່ທ່ານລັດຖະມົນຕີ Magnus Brunner ຈະສະໜັບສະໜູນການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA) ໃນໄວໆນີ້. ພ້ອມດຽວກັນນັ້ນ, ຫວຽດນາມ ກໍປາດຖະໜາວ່າ ຢາກຊຸກຍູ້ການຮ່ວມມືກັບ ໂອຕາລິດ ໃນຂົງເຂດພະລັງງານ, ພິເສດແມ່ນພະລັງງານຜະລິດຄືນໃໝ່ ແລະ ການພັດທະນາແບບຍືນຍົງ; ສະເໜີໃຫ້ ໂອຕາລິດ ແບ່ງປັນບົດຮຽນປະສົບການ, ຂໍ້ມູນຂ່າວສານ, ບັນດາມາດຕະການເຕັກໂນໂລຢີໃນຂົງເຂດສົ່ງໄຟຟ້າ ແລະ ບຳລຸງສ້າງການພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂົງເຂດພະລັງງານ ແລະ ໜູນຊ່ວຍ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19.

        ສ່ວນທ່ານລັດຖະມົນຕີ Magnus Brunner ມີຄວາມເຫັນດີເປັນເອກະພາບຕໍ່ຂໍ້ສະເໜີທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ກ່ຽວກັບບັນດາເນື້ອໃນຮ່ວມມື, ພ້ອມທັງຢັ້ງຢືນວ່າ ຈະສະໜັບສະໜູນການຊຸກຍູ້ວິວັດທະນາການໃຫ້ສັດຕະຍາບັນສັນຍາ EVIPA.


ຕອບກັບ

ຂ່າວ/ບົດ​ອື່ນ