ຫວຽດ​ນາມ ແລະ ສ.ເກົາຫຼີ ວາງເປົ້າ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເຖິງ 100 ຕື້ USD ໃນ​ປີ 2023

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ.ເກົາຫຼີ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 12 ຫາວັນທີ 18 ມັງກອນ. ຕອນເຊົ້າວັນທີ 17 ມັງກອນ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີຕ້ອນຮັບຢ່າງສົມກຽດ. ຫຼັງຈາກນັ້ນ, ປະທານສະພາແຫ່ງຊາດສອງປະເທດກໍ່ດຳເນີນການພົບປະເຈລະຈາ.
ຫວຽດ​ນາມ ແລະ ສ.ເກົາຫຼີ ວາງເປົ້າ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເຖິງ 100 ຕື້ USD ໃນ​ປີ 2023 - ảnh 1ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດ (ພາບ: VOV)

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ສະພາແຫ່ງຊາດ ສ.ເກົາຫຼີ ສະໜັບສະໜູນ, ຊຸກຍູ້ສອງຝ່າຍຜັນຂະຫຍາຍການຮ່ວມມືຢ່າງລະອຽດໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ຖ່າຍທອດເຕັກໂນໂລຢີ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດລະຫວ່າງສອງປະເທດ ໂດຍໄວ.

ກ່ຽວກັບການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍພ້ອມແລ້ວຮ່ວມກັບ ສ.ເກົາຫຼີ ເພີ່ມທະວີການພົວພັນແລກປ່ຽນ, ຮ່ວມມືໃນບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ແລະ ຫວັງວ່າ ສ.ເກົາຫຼີ ຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງໃນການເດີນເຮືອ ກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ມີ ຫວຽດນາມ, ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບ, ປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ອີງໃສ່ຫຼັກການ ແລະ ລະບຽບກົດໝາຍສາກົນ.

ຫວຽດ​ນາມ ແລະ ສ.ເກົາຫຼີ ວາງເປົ້າ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເຖິງ 100 ຕື້ USD ໃນ​ປີ 2023 - ảnh 2ການພົບປະສອງຝ່າຍ (ພາບ: VOV)

ປະທານສະພາແຫ່ງຊາດສອງທ່ານ ກໍຖືວ່າ ຕ້ອງບັນລຸເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 100 ຕື້ USD ໃນປີ 2023 ແລະ 150 ຕື້ USD ໃນປີ 2030 ໂດຍໄວ ຕາມທິດຍືນຍົງ ແລະ ດຸ່ນດ່ຽງກວ່າ ບົນພື້ນຖານປະຕິບັດສັນຍາການຄ້າສອງຝ່າຍ ແລະ ຫຼາຍຝ່າຍທີ່ພວມມີໃນປັດຈຸບັນເປັນຢ່າງດີ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ແລະ ຫວັງວ່າ ຈະຜັນຂະຫຍາຍສັນຍາປະກັນສັງຄົມ ລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໂດຍໄວ, ປະກອບສ່ວນຮັບປະກັນສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານຂອງແຕ່ລະປະເທດ.

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ