ຫວຽດນາມ ແລະ ສເກົາຫລີ ຍູ້ແຮງການຮ່ວມມື ໃນຂົງເຂດສິ່ງແວດລ້ອມ

ຫວຽດນາມ ແລະ ສເກົາຫລີ ຍູ້ແຮງການຮ່ວມມື ໃນຂົງເຂດສິ່ງແວດລ້ອມ - ảnh 1

(ພາບ:tnmttuyenquang.gov.vn)

(vovworld)-  ​ວັນ​ທີ 20/6, ກອງ​ປະຊຸມ​ລັດຖະມົນຕີ​ສິ່ງ​ແວດ​ລ້ອມຫວຽດນາມ-​ສ​ເກົາຫລີ ຄັ້ງທີ 10 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ​ເຊີ​ອູ​ນ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽ​ດນາມ ຫງວຽນ​ມິ​ງກວາງ ​ແລະ ​ລັດຖະມົນຕີ​ກະຊວງສິ່ງ​ແວດ​ລ້ອມ ສ​ເກົາຫລີ Yoon Seong kyu. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຊື່​ງສອງ​ຝ່າຍ​ໄດ້​ສົມທົບ​ກັນ​ຈັດຕັ້ງຂຶ້ນພາຍ​ຫລັງ​​ໄດ້​​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​​ເມື່ອ​ປີ 2004. ກອງ​ປະຊຸມ​ຄັ້ງນີ້​ໄດ້​ສຸມ​ໃສ່​ຕີ​ລາຄາ​ສະພາບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ໃນ​ໄລຍະ​ຜ່ານ​ມາ​ໃນ​ຂົງ​ເຂດ​ສິ່ງ​ແວກ​ລ້ອມ, ​ແລກປ່ຽນຄວາມ​ສາມາດ​ພັດທະນາ​ການ​ຮ່ວມ​ມື, ສຸມ​ໃສ່​ບັນດາ​ເນື້ອ​ໃນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ ​ແລະ ສາມາດ​ຜັນ​ຂະ​ຫຍາ​ຍປະຕິບັດ​ໃນ​ໄລຍະ 2012-2015. ບັນດາ​ເນື້ອ​ໃນຕົ້ນຕໍ​ໄດ້​ສະ​ເໜີ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ-​ສ​ເກົາຫລີ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ: ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ, ​ເພີ່ມ​ທະວີ​ແຫຼ່ງຊັບພະຍາກອນ​ມະນຸດ​ຂະ​ແໜງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ພັດທະນາ​ເຕັກ​ໂນ​ໂລ​ຊີ ​ແລະ ອຸດສາຫະກຳ​ສິ່ງ​ແວດ​ລ້ອມ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຢູ່​ຫວຽ​ດນາມ….

 

 

 

 

 

ຂ່າວ/ບົດ​ອື່ນ