ຫວຽດນາມ ແລະ ອົດສະຕາລີ ໄດ້ລົງນາມໃນ LOI ກ່ຽວກັບການຮ່ວມມືໃນຂົງເຂດກະສິກຳ

(VOVWORLD) - ວັນທີ 21 ສິງຫາ, ຢູ່ເກີ່ນເທີ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ສູນຄົ້ນຄວ້າກະສິກຳແຫ່ງຊາດ ອົດສະຕາລີ (ACIAR) ໄດ້ລົງນາມໃນLOI ກ່ຽວກັບການຮ່ວມມືໃນຂົງເຂດກະສິກຳ ແລະ ເຫັນດີເປັນເອກະພາບ ນຳກັນວ່າຈະຮ່ວມມືຍາວນານໃນຂົງເຂດນີ້. 
ຫວຽດນາມ ແລະ ອົດສະຕາລີ ໄດ້ລົງນາມໃນ LOI ກ່ຽວກັບການຮ່ວມມືໃນຂົງເຂດກະສິກຳ - ảnh 1ພິທີລົງນາມລະຫວ່າງ 2 ຝ່າຍ

ຍຸດທະສາດການຮ່ວມມື 10 ປີທີ່ໄດ້ຍົກອອກມາຈະກຳນົດທິດກ່ຽວກັບບັນດາຂົງເຂດຄົ້ນຄວ້າ, ບັນດາພາກພື້ນພູມສາດຈຸດສຸມ ແລະ ບັນດາບຸລິມະສິດອຸປະຖຳໃຫ້ໂຄງການຄົ້ນຄວ້າໄລຍະ 2017-2027. ໃນທົດສະວັດຈະມາເຖິງ, ACIAR ຈະຮ່ວມກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ບັນດາຄູ່ຮ່ວມມືອື່ນໆ ສືບຕໍ່ແກ້ໄຂບັນດາບັນຫາໃນການພັດທະນາກະສິກຳຢູ່ ຫວຽດນາມ ທີ່ຂຶ້ນກັບ 6 ຂົງເຂດການຄົ້ນຄວ້າຈຸດສຸມ: ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ການປ່ຽນແປງຂອງດິນຟ້າອາກາດການປັບປຸງຄຸນນະພາບທີ່ດິນ, ເພີ່ມທະວີການຮ່ວມສຳພັນກັບຕະຫຼາດ, ເພີ່ມທະວີມູນຄ່າບັນດາຜະລິດຕະພັນປ່າໄມ້; ລ້ຽງປູກສິນໃນນ້ຳ... ທ່ານ ປອ Peter Horne, ຜູ້ອຳນວຍການໃຫຍ່ລາຍການແຫ່ງຊາດ ACIAR, ຊີ້ແຈ້ງວ່າ:

ການຮ່ວມມືບົນເນື້ອໃນຈິດໃຈຮ່ວມກັນກໍ່ສ້າງ, ຮ່ວມກັນອຸປະຖຳ ແລະ ຮ່ວມກັນລະດົມບັນດາແຫຼ່ງກຳລັງອື່ນໆ; ເພີ່ມທະວີກຳລັງຄວາມສາມາດດ້ານການຄົ້ນຄວ້າກວ່າອີກ, ບໍ່ພຽງແຕ່ໃຫ້ປະເທດໃດໜຶ່ງເທົ່ານັ້ນ ຫາກໃຫ້ຫຼາຍປະເທດອື່ນໆໃນພາກພື້ນ ແລະ ຕ່າງກໍ່ມີຜົນປະໂຫຍດ.

 

ຕອບກັບ

ຂ່າວ/ບົດ​ອື່ນ