ຫວຽດນາມ ແລະ ອິນເດຍ ຊຸກຍູ້ການຮ່ວມມືແລກປ່ຽນການຄ້າ

(VOVWORLD) -  ໃນລະຫວ່າງວັນທີ 23 – 27 ກຸມພາ, ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ນຳໂດຍທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ໄດ້ມີການໄປປະຕິບັດງານຢູ່ ອິນເດຍ. 
ຫວຽດນາມ ແລະ ອິນເດຍ ຊຸກຍູ້ການຮ່ວມມືແລກປ່ຽນການຄ້າ - ảnh 1 ຫວຽດນາມ ແລະ ອິນເດຍ ຊຸກຍູ້ການຮ່ວມມືແລກປ່ຽນການຄ້າ

ທີ່ການພົບປະກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ Shri V.Muraleedharan, ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ: ອິນເດຍ ແມ່ນຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນໃຫຍ່ຂອງ ຫວຽດນາມ, ທ່ານສະແດງຄວາມປາດຖະໜາຢາກໃຫ້ 2 ຝ່າຍມານະພະຍາຍາມກ່ວາອີກ ເພື່ອບັນລຸໄດ້ຕົວເລກຄາດໝາຍການຄ້າ 2 ຝ່າຍ 15 ຕື້ USD ໂດຍໄວ ຄືດັ່ງການນຳ 2 ປະເທດໄດ້ວາງອອກ. ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ປາດຖະໜາວ່າ ນັບມື້ນັບມີນັກລົງທຶນ ອິນເດຍ ຫລາຍຄົນເຂົ້າມາລົງທຶນຢູ່ ຫວຽດນາມ.

        ສ່ວນທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ Shri V.Muraleedharan ຢັ້ງຢືນວ່າ: ຫວຽດນາມ ສວມບົດບາດເປັນເສົາຄ້ຳສຳຄັນໃນນະໂຍບາຍດຳເນີນງານມຸ່ງໄປສູ່ທິດຕາເວັນອອກຂອງ ອິນເດຍ, ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງ ອິນເດຍ ຢູ່ ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ