ຫວຽດນາມ ແລະ ອິນເດຍ ລົງນາມການຮ່ວມມືໃນຫຼາຍຂົງເຂດ

(VOVWORLD) -2 ຝ່າຍຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ແລະ ຮ່ວມມືກັນແບ່ງປັນບົດຮຽນໃນຂົງເຂດຫັນແຫຼ່ງຊັບພະຍາກອນເປັນດີຈີຕອນ, ເພີ່ມເຕີ່ມແຫຼ່ງເອກະສານດີຈີຕອນໃຫ້ຫໍສະມຸດ ເພື່ອນຳມາເຊິ່ງຜົນປະໂຫຍດລວມ.
ຫວຽດນາມ ແລະ ອິນເດຍ ລົງນາມການຮ່ວມມືໃນຫຼາຍຂົງເຂດ - ảnh 1ທີ່ພິທີລົງນາມ
(ພາບ: TTXVN)

ຕອນເຊົ້າວັນທີ 17 ທັນວາ, ທີ່ຫໍສະພາແຫ່ງຊາດອິນເດຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາສູງອິນເດຍ Venkaiah Naidu ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ຫ້ອງວ່າການສະພາຕ່ຳ ອິນເດຍ ໃນຂົງເຂດຫໍສະນຸດ ແລະ ໂທລະພາບສະພາແຫ່ງຊາດ. ຕາມນັ້ນແລ້ວ, 2 ຝ່າຍຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ແລະ ຮ່ວມມືກັນແບ່ງປັນບົດຮຽນໃນຂົງເຂດຫັນແຫຼ່ງຊັບພະຍາກອນເປັນດີຈີຕອນ, ເພີ່ມເຕີ່ມແຫຼ່ງເອກະສານດີຈີຕອນໃຫ້ຫໍສະມຸດ ເພື່ອນຳມາເຊິ່ງຜົນປະໂຫຍດລວມ.

        ໃນວັນດຽວກັນ, ທີ່ການຕ້ອນຮັບເສດຖີເງິນຕື້ ທ່ານ Prashant Ruia, ປະທານກຸ່ມບໍລິສັດ Essar, ທ່ານປະທານ ເວືອງດິ່ງເຫ້ວ ຮຽກຮ້ອງໃຫ້ Essar ເປີດກວ້າງການລົງທຶນຢູ່ ຫວຽດນາມ, ຊົມເຊີຍເລື່ອງກຸ່ມບໍລິສັດຢາກລົງທຶນເຂົ້າເຕັກໂນໂລຊີກັ່ນຕອງນ້ຳມັນ. ສ່ວນ ທ່ານປະທານກຸ່ມບໍລິສັດ Essar ໃຫ້ຄຳໝັ້ນສັນຍາວ່າ, ໃນໄລຍະຈະມາເຖິງຈະສ້າງຕັ້ງກຸ່ມກະທຳ ເພື່ອຄົ້ນຄວ້າຄວາມສາມາດລົງທຶນເຂົ້າ ຫວຽດນາມ.

        ວັນທີ 17 ທັນວາ, ໃນການຢ້ຽມຢາມ ອິນເດຍ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ໄດ້ເຮັດວຽກກັບທ່ານລັດຖະມົນຕີກະຊວງເອເລັກໂຕນິກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ອິນເດຍ Rajeev Chandrasekhar ແລະ ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ເອເລັກໂຕນິກລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ