ຫວຽດນາມ ແລະ ອີຢິບ ຈະເຫັນປະຈັກຕາການເຄື່ອນໄຫວຫຼາຍຢ່າງກວ່າອີກພາຍຫຼັງໂລກລະບາດໂຄວິດ-19

(VOVWORLD) -ຫວຽດນາມ ພັດທະນາການພົວພັນການຕ່າງປະເທດຢ່າງແຮງ, ຕັ້ງໜ້າເຂົ້າຮ່ວມການດຳລົງຊີວິດຂອງປະຊາຄົມສາກົນ.
ຫວຽດນາມ ແລະ ອີຢິບ ຈະເຫັນປະຈັກຕາການເຄື່ອນໄຫວຫຼາຍຢ່າງກວ່າອີກພາຍຫຼັງໂລກລະບາດໂຄວິດ-19  - ảnh 1(ທ່ານເອກອັກຄະລັດຖະທູດ ເຈິ່ນແທັງກົງ ເຂົ້າຮ່ວມລາຍການ “ຕ້ອນຮັບປີໃໝ່ 2022")

ວັນທີ 30 ທັນວາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ເຈິ່ນແທັງກົງ ໄດ້ເຂົ້າຮ່ວມລາຍການ “ຕ້ອນຮັບປີໃໝ່ 2022” ຂອງວິທະຍຸກະຈາຍສຽງແຫ່ງຊາດ ອີຢິບ. ທ່ານເອກອັກຄະລັດຖະທູດໄດ້ຫວນຄືນບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນປີຜ່ານມາ ກໍ່ຄືບົດຮຽນໃນການຮັບມືກັບໂລກລະບາດ.

        ກ່ຽວກັບການຕ່າງປະເທດ, ທ່ານເອກອັກຄະລັດຖະທູດ ເຈິ່ນແທັງກົງ ເນັ້ນໜັກວ່າ, ຫວຽດນາມ ພັດທະນາການພົວພັນການຕ່າງປະເທດຢ່າງແຮງ, ຕັ້ງໜ້າເຂົ້າຮ່ວມການດຳລົງຊີວິດຂອງປະຊາຄົມສາກົນ. ບັນດາການພົວພັນ 2 ຝ່າຍ ແລະ ຫຼາຍຝ່າຍໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢ່າງບໍ່ຢຸດຢັ້ງ ແລະ ສ້າງທຸກເງື່ອນໄຂສາກົນທີ່ສະດວກໃຫ່ແກ່ກິດຈະກຳສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ກ່ຽວກັບການພົວພັນລະຫວ່າງ 2 ປະເທດ, ທ່ານເອກອັກຄະລັດຖະທູດ ເຈິ່ນແທັງກົງ ໄດ້ຢືນຢັນຄືນໃໝ່ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ອີຢິບ ໄດ້ມີບາດກ້າວພັດທະນາຢ່າງແຮງໃນທຸກຂົງເຂດ. 2 ຝ່າຍໄດ້ແລກປ່ຽນທັດສະນະສະເໝີຕົ້ນສະເໝີປາຍກ່ຽວກັບບັນຫາສາກົນ, ພາກພື້ນ ແລະ ການຮ່ວມມືຢ່າງແໜ້ນແຟ້ນໃນຂອບເຂດບັນດາອົງການຈັດຕັ້ງສາກົນເປັນປະຈຳ ເພື່ອບັນລຸໄດ້ຜົນປະໂຫຍດລວມ. ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ, 2 ປະເທດຈະໄດ້ເຫັນປະຈັກຕາການເຄື່ອນໄຫວຫຼາຍຢ່າງໃນການແລກປ່ຽນການຄ້າ, ການທ່ອງທ່ຽວ ແລະ ການລົງທຶນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ