ຫວຽດນາມ ແລະ ອາເມລິກາ ຜັນຂະຫຍາຍ ສົນທິສັນຍາຂັ້ນລັດຖະບານວ່າດ້ວຍການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນຂົງເຂດພາສີຢ່າງປະສິດທິຜົນ

(VOVWORLD) -ນອກກອງປະຊຸມສະພາຮ່ວມມືດ້ານພາສີ, ທີ່ໄດ້ຈັດຂຶ້ນແຕ່ວັນທີ 27-29 ມິຖຸນາ, ຢູ່ສຳນັກງານໃຫ່ຍຂອງອົງການພາສີໂລກ ຢູ່ Brussels, ແບນຊິກ, ທ່ານ ຫົວໜ້າກົມໃຫ່ຍພາສີຫວຽດນາມ ຫງວຽນວັນເກິ໋ນ ໄດ້ເຂົ້າຮ່ວມກອງປະຊຸມສອງຝ່າຍກັບ ທ່ານ ຮອງຂ້າຫຼວງໃຫ່ຍອົງການພາສີ ແລະປ້ອງກັນຊາຍແດນອາເມລິກາ.
ຫວຽດນາມ ແລະ ອາເມລິກາ ຜັນຂະຫຍາຍ ສົນທິສັນຍາຂັ້ນລັດຖະບານວ່າດ້ວຍການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນຂົງເຂດພາສີຢ່າງປະສິດທິຜົນ - ảnh 1ທ່ານ ຫົວໜ້າກົມໃຫ່ຍພາສີຫວຽດນາມ ຫງວຽນວັນເກິ໋ນ ເຮັດວຽກກັບ ທ່ານ ຮອງຂ້າຫຼວງໃຫ່ຍອົງການພາສີ ແລະປ້ອງກັນຊາຍແດນອາເມລິກາ (ພາບ: HTQT-HQ)

ທີ່ກອງປະຊຸມ, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບເລື່ອງໄດ້ເຮັດສຳເລັດບັນດາລະບຽບການພາຍໃນທັງໝົດໃນການກະກຽມໃຫ້ແກ່ການລົງນາມໃນສັນຍາຂັ້ນລັດຖະບານວ່າດ້ວຍການຮ່ວມມື ແລະໜູນຊ່ວຍເຊິ່ງກັນ ແລະ ກັນ ໃນຂົງເຂດພາສີ.ຕາມນັ້ນແລ້ວ, ສອງຝ່າຍເປັນເອກະພາບຈະສຸມໃສ່ເຂົ້າໃນບັນດາເນື້ອໃນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ການແລກປ່ຽນຂໍ້ມູນລາດສະການລັບ, ແບ່ງປັນຂໍ້ມູນດ້ານພາສີ, ເພີ່ມທະວີການຮ່ວມມືໃນຂົງເຂດການຕິດຕາມກວດກາພາສີ, ຕໍ່ສູ້ຕ້ານອາດສະຍາກຳຂ້າມຊາດ, ຕ້ານການຄ້າເຖື່ອນ ແລະ ສໍ້ໂກງດ້ານການຄ້າ ໃນນັ້ນ, ຖືເປັນສຳຄັນການຕ້ານການຂົນຍ້າຍ ແລະ ການທຳການຜະລິດທີ່ຜິດກົດໝາຍ ເພື່ອແນໃສ່ຊຸກຍູ້ການສ້າງຄວາມສະດວກດ້ານການຄ້າທີ່ຖືກຕ້ອງຕາມກົດໝາຍ, ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ພະນັກງານພາສີດ້ານວິຊາສະເພາະ. ພິເສດ, ດ້ວຍບົດຮຽນໃນການຜັນຂະຫຍາຍຜົນສຳເລັດທາງດ້ານກົນໄກປະຕູດຽວແຫ່ງຊາດ ຂອງອາເມລິກາ, ອົງການພາສີ ອາເມລິກາ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ ເພື່ອໃຫ້ຫວຽດນາມສາມາດທາບທາມຄົ້ນຄ້ວາເພື່ອນຳໃຊ້. ສອງຝ່າຍເປັນເອກະພາບຢ່າງຕັ້ງໜ້າໃນການກຽມພ້ອມຜັນຂະຫຍາຍຢ່າງມີປະສິດທິຜົນ ພາຍຫຼັງທີ່ໄດ້ລົງນາມ ສັນຍາຂັ້ນລັດຖະບານວ່າດ້ວຍການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນແລະກັນໃນຂົງເຂດດ້ານພາສີ.

ຕອບກັບ

ຂ່າວ/ບົດ​ອື່ນ