ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ມີ​ການ​ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ​ເປັນ​ຢ່າງ​ດີ ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ ຂອງໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທ່ານເອກອັກຄະລັດຖະທູດ ຮ່າກິມງອກ ໄດ້ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມຂອງວຽກງານການທູດຂອງ ຫວຽດນາມ ໃນສະພາບການໂລກລະບາດໂຄວິດ - 19 ແລະ ຢັ້ງຢືນບັນດາການເຄື່ອນໄຫວແລກປ່ຽນ, ພົບປະຄະນະຂັ້ນສູງໄດ້ ແລະ ຈະດຳເນີນໄປລະຫວ່າງ ຫວຽດນາມ ແລະ ອາເມລິກາ  ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ອາເມລິກາ ເຊິກເຊິ່ງກ່ວາອີກ
ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ມີ​ການ​ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ​ເປັນ​ຢ່າງ​ດີ ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ ຂອງໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອກ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ

ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຫາກໍ່ຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2021). ພິທີໄດ້ຈັດຂຶ້ນຕາມຮູບແບບທາງໄກ ໂດຍມີການເຂົ້າຮ່ວມຂອງແຂກຖືກເຊີນກ່ວາ 200 ທ່ານ ຈາກອຳນາດການປົກຄອງ, ສະພາແຫ່ງຊາດ, ຄະນະທູຕານຸທູດ, ວິສາຫະກິດ, ນັກຮຽນຮູ້, ບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ປະຊາຄົມ ຊາວຫວຽດນາມ ອາໄສຢູ່ ອາເມລິກາ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອກ ໄດ້ຍົກອອກເສັ້ນທາງປະຫວັດສາດ 76 ປີແຫ່ງຄວາມອົງອາດກ້າຫານ, ສະຫງ່າລາສີ ຂອງ ຊາດ ຫວຽດນາມ ແລະ ຢັ້ງຢືນບັນດາຜົນສຳເລັດທີ່ ຫວຽດນາມ ບັນລຸໄດ້ແມ່ນ ໝາກຜົນຂອງຄວາມມານະພະຍາຍາມທີ່ກ້າວກະໂດດຂັ້ນ ຂອງ ປະຊາຊົນ ຫວຽດນາມ ກໍ່ຄືຄວາມມານະພະຍາຍາມອັນລ້ຳຄ່າ ແລະ ການຮ່ວມມືຢ່າງມີປະສິດທິຜົນຂອງຄູ່ຮ່ວມມື, ເພື່ອນມິດສາກົນ.

ທ່ານເອກອັກຄະລັດຖະທູດ ຮ່າກິມງອກ ໄດ້ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມຂອງວຽກງານການທູດຂອງ ຫວຽດນາມ ໃນສະພາບການໂລກລະບາດໂຄວິດ - 19 ແລະ ຢັ້ງຢືນບັນດາການເຄື່ອນໄຫວແລກປ່ຽນ, ພົບປະຄະນະຂັ້ນສູງໄດ້ ແລະ ຈະດຳເນີນໄປລະຫວ່າງ ຫວຽດນາມ ແລະ ອາເມລິກາ  ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ອາເມລິກາ ເຊິກເຊິ່ງກ່ວາອີກ, ພ້ອມທັງປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ

ຕອບກັບ

ຂ່າວ/ບົດ​ອື່ນ