ຫວຽດນາມ ແລະ ເມັກຊີໂກ ປາດຖະໜາ ຢາກຊຸກຍູ້ການຮ່ວມມືດ້ານການສຶກສາມະຫາວິທະຍາໄລ

ຫວຽດນາມ ແລະ ເມັກຊີໂກ ປາດຖະໜາ ຢາກຊຸກຍູ້ການຮ່ວມມືດ້ານການສຶກສາມະຫາວິທະຍາໄລ - ảnh 1
(ພາບປະກອບ: TTXVN)

(vovworld) – ຫວຽດນາມ ​ແລະ ​ເມັກ​ຊີ​ໂກ ​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການສຶກສາ​ມະຫາວິທະຍາ​ໄລ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແມ່ນ​ໝາກຜົນ​ການ​ເຮັດ​ວຽກ​ລະຫວ່າງ​ທ່ານນາງ ຫງວຽນ​ທິ​ເຫັ້ງຍ, ​ຮອງ​ລັດຖະມົ​ນ​ຕີກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ກັບ ທ່ານ​ນາງ Socorro Rovirsora, ຫົວໜ້າ​ກົມ​​ພົວພັນ​ສາກົນກະຊວງ​ສຶກສາ ​ເມັກ​ຊີ​ໂກ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫຍ່​ສາກົນ​ກ່ຽວ​ກັບ​ການ​ສຶກສາ​ຂັ້ນ​ອະນຸບານ ​ເຊິ່ງຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ຢູ່​ນະຄອນ​ອຸດສາຫະກຳ Monterrey, ພາກ​ເໜືອລັດ Nuevo Leon.

        ທີ່​ການ​​ແລກປ່ຽນ, 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ຊາບ​ບັນດາ​ຈຸດທີ່​ເປັນ​ພື້ນຖານ​ກ່ຽວ​ກັບສະພາບ​ການ​ປະ​ເທດ​ຊາດ​ເວົ້າ​ລວມ ​ແລະ ການ​ສຶກສາມະຫາ​ວິທະຍາ​ໄລ​ເວົ້າ​ສະ​ເພາະ ​ຢູ່​​ແຕ່ລະ​ປະ​ເທດ, ​ເນັ້ນ​ໜັກ​ເຖິງຄວາມ​ປາດ​ຖະໜາ​ຢາກ​ຮ່ວມ​ມື 2 ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ການ​ສຶກສາ​ມະຫາວິທະຍາ​ໄລ​ ໂດຍ​ອີງ​ໃສ່​ຫຼັກ​ການ​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ, ສະ​ເໝີ​ພາບ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີຜົ​ນປະ​ໂຫຍ​ດ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ - ​ເມັກ​ຊີ​ໂກ. ທ່ານ​ນາງ​ຮອງ​ລັດຖະມົນຕີ ຫງວຽນ​ທິ​ເຫັ້ງຍ ສະ​ເໜີ​ກັບ​ເມກ​ຊີ​ໂກ ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ຂໍ້​ຕົກລົງ​ຮ່ວມ​ມື 2 ຝ່າຍ​ກ່ຽວ​ກັບ​ການ​ສຶກສາ​ມະຫາວິທະຍາ​ໄລ, ​ເຊິ່ງຕາມ​ນັ້ນ​ແລ້ວ ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ບັນດາມະຫາວິທະຍາ​ໄລ​ຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ