ຫວຽດ​ນາມ - ໂຮນລັງ ເພີ່ມທະວີການຮ່ວມມື 2 ຝ່າຍ

(VOVWORLD) -ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍ
ຫວຽດ​ນາມ - ໂຮນລັງ ເພີ່ມທະວີການຮ່ວມມື 2 ຝ່າຍ - ảnh 1(ທີ່ການພົບປະເຈລະຈາ)

        ວັນທີ 12 ທັນວາ, ຢູ່ທຳນຽບນາຍົກລັດຖະມົນຕີ ໂຮນລັງ, ນະຄອນ ລາໄຮ, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄປຢ້ຽມຢາມລາຊະອານາຈັກ ໂຮນລັງ ຢ່າງເປັນທາງການ. ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍ; ສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ໂຮນລັງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ (EVIPA) ໂດຍໄວ; ສົ່ງເສີມບັນດາວິສາຫະກິດຍູ້ແຮງການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດເຊິ່ງ ໂຮນລັງ ມີທ່າແຮງ; ສະເໜີໃຫ້ ໂຮນລັງ ສະໜັບສະໜູນເລື່ອງຄະນະກຳມະການ ເອີລົບ ຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳຂອງ ຫວຽດນາມ ໂດຍໄວ, ໜູນຊ່ວຍ ຫວຽດນາມ ກໍ່ສ້າງທ່າກ່ຳປັ່ນ, ທ່າອາກາດສະຍານສາກົນ ແລະ ສູນປ່ຽນແປງໃໝ່ປະດິດຄິດສ້າງ; ສະເໜີໃຫ້ 2 ຝ່າຍລົງນາມໃນສັນຍາຮ່ວມມືດ້ານແຮງງານ; ໜູນຊ່ວຍ ຫວຽດນາມ ສ້າງພື້ນຖານກະສິກຳມຸ່ງໄປເຖິງຊີວະພາບ, ທັນສະໄໝ, ອັດສະລິຍະ…

        ສ່ວນທ່ານນາຍົກລັດຖະມົນຕີ Mark Rutte ຢືນຢັນການສະໜັບສະໜູນຄະນະກຳມະການ ເອີລົບ ຍົກເລີກບັດເຫຼືອງ IUU ໂດຍໄວ; ຊຸກຍູ້ການຮ່ວມມືໃນການພັດທະນາພະລັງງານຜະລິດຄືນໃໝ່, ໜູນຊ່ວຍ ຫວຽດນາມ ກ່ຽວກັບເຕັກໂນໂລຊີຂຸດຄົ້ນຊາຍຢູ່ນອກຝັ່ງທະເລ, ຕ້ານສະພາບດິນເຊາະເຈື່ອນ, ປັບປຸງກົດໝາຍວ່າດ້ວຍຊັບພະຍາກອນນ້ຳຢູ່ ຫວຽດນາມ.

        2 ຝ່າຍກໍ່ຢືນຢັນຄືນໃໝ່ຄວາມສຳຄັນຂອງເລື່ອງ ຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ເນັ້ນໜັກເຖິງຄວາມສຳຄັນຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

        ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີທັງ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມເອກະສານບາງສະບັບລະຫວ່າງ 2 ປະເທດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບຳລຸງສ້າງຂັ້ນມະຫາວິທະຍາໄລ.

ຕອບກັບ

ຂ່າວ/ບົດ​ອື່ນ