(VOVWORLD) - ທ່ານປາດຖະໜາວ່າ, ບັນດານັກລົງທຶນ ອາເມລິກາ ສືບຕໍ່ເພີ່ມທະວີການລົງທຶນໃໝ່, ເປີດກວ້າງການລົງທຶນເຂົ້າ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນການເຮັດວຽກ
(ພາບ: TTXVN)
|
ຕອນບ່າຍວັນທີ 18 ມີນາ, ຢູ່ ຮ່າໂນ້ຍ, ໃນການເຮັດວຽກກັບຄະນະສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USBA) ແລະ ວິສາຫະກິດໃຫຍ່ຂອງ ອາເມລິກາ ເກືອບ 60 ແຫ່ງ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ຫວຽດນາມ ປາດຖະໜາຢາກມານະພະຍາຍາມຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າໃຫ້ມີຄວາມດຸນດ່ຽງ, ປະສົມກົມກ່ຽວ, ຍືນຍົງ ກັບ ອາເມລິກາ. ທ່ານປາດຖະໜາວ່າ, ບັນດານັກລົງທຶນ ອາເມລິກາ ສືບຕໍ່ເພີ່ມທະວີການລົງທຶນໃໝ່, ເປີດກວ້າງການລົງທຶນເຂົ້າ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດສຳຄັນ, ຄື: ພະລັງງານ, ເຕັກໂນໂລຊີສູງ, ເຄິ່ງຊັກນຳໄຟຟ້າ, AI, ການບິນ, ການບິນອາວະກາດ, ຕ້ານການປ່ຽນແປງຂອງດິນຟ້າອາກາດ…
ຕີລາຄາສູງຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ບັນດາວິສາຫະກິດ ອາເມລິກາ ປາດຖະໜາວ່າ ພ້ອມແລ້ວທີ່ຈະລົງທຶນ, ເປີດກວ້າງການລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດ, ຄື: ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ເຕັກໂນໂລຊີສູງ, ການບິນ… ບັນດາວິສາຫະກິດ ອາເມລິກາ ກໍ່ປາດຖະໜາວ່າ ຝ່າຍ ຫວຽດນາມ ມີນະໂຍບາຍໃຫ້ບຸລິມະສິດເພື່ອສົ່ງເສີມການລົງທຶນສຳລັບໂຄງການ, ຜະລິດຕະພັນລະອຽດຈຳນວນໜຶ່ງເຊິ່ງ ອາເມລິກາ ມີທ່າແຮງ, ຫວຽດນາມ ມີຄວາມຕ້ອງການ, ໃຫ້ບຸລິມະສິດດຶງດູດການລົງທຶນ, ພັດທະນາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Charles James Boyd Bowman, ຜູ້ອຳນວຍການໃຫຍ່ໂຄງການຂອງກຸ່ມບໍລິສັດ Trump Organization ຢູ່ ຫວຽດນາມ
(ພາບ: VGP)
|
ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Charles James Boyd Bowman, ຜູ້ອຳນວຍການໃຫຍ່ໂຄງການຂອງກຸ່ມບໍລິສັດ Trump Organization ຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ຕີລາຄາສູງຝ່າຍວິສາຫະກິດເອົາໃຈໃສ່ລົງທຶນຢູ່ແຂວງ ຮືງອຽນ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ບັນດາອົງການຝ່າຍ ຫວຽດນາມ ຈະພິຈາລະນາຢ່າງຮອບດ້ານ ເພື່ອຊຸກຍູ້ການຜັນຂະຫຍາຍໂຄງການຢ່າງໄວທີ່ສຸດ, ສອດຄ່ອງກັບບັນດາຂໍ້ກຳນົດດ້ານກົດໝາຍທີ່ກ່ຽວຂ້ອງ, ຮັບປະກັນຜົນປະໂຫຍດຂອງແຕ່ລະຝ່າຍ.