ລຸ້ນໜຸ່ມຈະສືບຕໍ່ຂຽນບັນດາໜ້າປະຫວັດສາດແຫ່ງການຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ - ຈີນ
(VOVWORLD) - ການພັດທະນາທີ່ມີສະຖຽນລະພາບ, ຍືນຍົງຍາວນານຂອງການພົວພັນສອງພັກ, ສອງປະເທດແມ່ນຄວາມມຸ່ງຫວັງ, ຜົນປະໂຫຍດໂດຍພື້ນຖານຂອງສອງຊາດ, ເໝາະສົມກັບທ່າອ່ຽງໃຫຍ່ຂອງຍຸກສະໄໝ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມຖ່າຍຮູບກັບບັນດາຜູ້ແທນເຂົ້າຮ່ວມການພົບປະ |
ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950 - 2025) ແລະ ປີພົບປະແລກປ່ຽນມະນຸດສະທຳ ຫວຽດນາມ - ຈີນ (2025), ຕອນເຊົ້າວັນທີ 20 ມີນາ, ຢູ່ຫໍມິດຕະພາບ ຫວຽດນາມ - ຈີນ (ຮ່າໂນ້ຍ), ກະຊວງການຕ່າງປະເທດໄດ້ສົມທົບກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຈັດລາຍການພົບປະນັກຮຽນ, ນັກສຶກສາຫວຽດນາມ - ຈີນລຸ້ນຕ່າງໆ. ມີຜູ້ແທນຫວຽດນາມ ແລະ ຈີນ ປະມານ 800 ຄົນເຊິ່ງແມ່ນນັກສຶກສາລຸ້ນຕ່າງໆເຂົ້າຮ່ວມ.
ເຂົ້າຮ່ວມແລະ ກ່າວຄຳເຫັນຊີ້ນຳທີ່ລາຍການ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກວ່າການພັດທະນາທີ່ມີສະຖຽນລະພາບ, ຍືນຍົງຍາວນານຂອງການພົວພັນສອງພັກ, ສອງປະເທດແມ່ນຄວາມມຸ່ງຫວັງ, ຜົນປະໂຫຍດໂດຍພື້ນຖານຂອງສອງຊາດ, ເໝາະສົມກັບທ່າອ່ຽງໃຫຍ່ຂອງຍຸກສະໄໝ. ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຕໍ່ການຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າ, ຕັດສິນໃຈພ້ອມກັບພັກ, ລັດ ຈີນພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນທີ່ມີຄວາມໝາຍຍຸດທະສາດ. ທ່ານເລຂາທິການໃຫຍ່ ໂຕເລິມເນັ້ນໜັກວ່າ:
ລຸ້ນໜຸ່ມຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳສອງພັກ, ສອງລັດ ແລະ ໄດ້ຕັ້ງຄວາມຫວັງຈະກາຍເປັນແຫຼ່ງກຳລັງສືບຕໍ່ມູນເຊື້ອມິດຕະພາບ, ນຳມາເຊິ່ງກຳລັງຊີວິດທີ່ແຮງກ້າ ແລະ ອະນາຄົດທີ່ໄສແຈ້ງໃຫ້ແກ່ການພົວພັນ ຫວຽດນາມ - ຈີນ. ຕົວຈິງສະແດງໃຫ້ເຫັນວ່າ, ນ້ຳໃຈຂອງປະຊາຊົນສອງປະເທດໄດ້ປຸກລຸກ ແລະ ຮັກສາກໍ່ເລີ່ມຈາກລຸ້ນໜຸ່ມ, ລຸ້ນໜຸ່ມສອງປະເທດຕ້ອງຍົກສູງຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບປະຫວັດສາດອັນຍາວນານທີ່ມີຄວາມໝາຍສຳຄັນຂອງລະດັບຍຸດທະສາດການພົວພັນ ຫວຽດນາມ - ຈີນ, ຮູ້ສຶກເປັນກຽດ ແລະ ມີຄວາມຮັບຜິດຊອບໃນການສືບຕໍ່ນຳການພົວພັນສອງປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມຂອງພວກເຮົາພັດທະນາຂຶ້ນສູ່ລະດັບສູງໃໝ່.